ພະແນກກັນພະຍາດ

• ພະແນກກັນພະຍາດ ມີ 07 ທ່ານ ດັ່ງມີລາຍຊື່ນີ້:

1. ດຣ ນ ສົມພອນ ສຸລະພີ          ຫົວໜ້າພະແນກ
2. ດຣ ນ ວິລະພັນ ແຍງມາລາ     ຮອງຫົວໜ້າພະແນກ
3. ດຣ ບົວຄຳ ວັນນະຈອນ          ຮອງຫົວໜ້າພະແນກ
4. ດຣ ນ ມະນີກີບ ອຸໄທພອນ     ວິຊາການ
5. ດຣ ນ ພູເງິນ ພົງໄຊ               ວິຊາການ
6. ດຣ ວາດສະໜາ ອິນທະວົງ     ວິຊາການ
7. ດຣ ພອນມີໄຊ ວິໄລລັງສີ         ວິຊາການ

ພາລະບົບບາດ ພະແນກກັນພະຍາດ

1. ຄົ້ນຄ້ວາ,​ຮ່າງພັດທະນານະໂຍບາຍ, ຍຸດທະສາດ, ຄູ່ມືມາດຕະຖານໃນການຈັດຕັ້ງປະຕິບັດ ແລະ ນິຕິກຳຕ່າງໆກ່ຽວກັບພະຍາດຕິດຕໍ່ ເຊັ້ນ: ເຊື້ອເຮສໄອວີ ແລະ ພະຍາດເອດ, ວັນນະໂລກ ແລະ ພະຍາດໄຂ້ມາລາເຣັຍເປັນຕົ້ນ; ພ້ອມທັງພະຍາດຕິດຕໍ່ທີ່ເກີດຂື້ນຕາມລະດູການ ແລະ ບັນດາພະຍາດຊຶມເຊື້ອທີ່ເກີດຂື້ນໃໝ່ຫຼືກັບຄື້ນມາເປັນໃໝ່;

2. ສ້າງແຜນການ, ແຜນດຳເນີນງານ ແລະ ງົບປະມານ ໄລຍະສັນ, ກາງ ແລະ ຍາວ ກ່ຽວກັບວຽກງານການກັນ ແລະ ຄວບຄຸມບັນດາພະຍາດທີຂື້ນກັບຄວາມຮັບຜິດຊອບຂອງພະແນກ; ພ້ອມທັງກຳນົດເປົ້າໝາຍ, ຕົວຊີ້ວັດ, ຕົວເລກຄາດໝາຍເພື່ອ ຕິດຕາມ ແລະ ປະເມີນຜົນຂອງການຈັດຕັ້ງປະຕິບັດ;

3. ສ້າງແຜນການສຶກສາຄົ້ນຄວ້າວິທະຍາສາດທີຈຳເປັນຮ່ວມກັບບັນດາສູນໃນສາຍແຜນງານ ແລະ ດຳເນີນການເຜີຍແຜ່ຜົນຂອງການຄົ້ນຄ້ວາ;

4. ເປັນຈຸດປະສານງານ ກັບຂະແໜງການທີ່ກ່ຽວຂ້ອງເພື່ອກະກຽມຄວາມພ້ອມໃຫ້ແກ້ວຽກງານການກັນພະຍາດໃນເວລາສະພາບປົກກະຕິ ຫຼືເກີດພະຍາດລະບາດ ພ້ອມທັງເປັນຈຸດປະສານງານໃນວຽກງານເຊື້ອພະຍາດຕ້ານຕໍ່ຢາປິ່ນປົວ;

5. ຊ່ວຍຄົ້ນຄ້ວາປະກອບຄຳຄິດຄຳເຫັນໃສ່ບັນດາເອກະສານທີ່ມີການກວດຜ່ານຕາມລະບົບໄຫຼວຽນຂອງເອກະສານ ພາຍໃນກົມ ແລະ ສາຍແຜນງານ;

6. ຕິດຕາມສະພາບການລາຍງານ ການເຈັບເປັນ ການເສຍຊີວິດ ໃນລະບົບຖານຂໍ້ມູນ DHIS2 ເພື່ອວິໃຈທ່າອ່ຽງຂ້ອງພະຍາດ;

7. ສະຫຼຸບ ແລະ ສັງລວມປະຈຳ ອາທິດ, ປະຈຳເດືອນ, ປະຈຳໄຕມາດ, ປະຈຳ 6 ເດືອນ, 9 ເດືອນ ແລະ ປະຈຳປີເພື່ອຕີລາຄ່າການຈັດຕັ້ງປະຕິບັດວຽກງານຂອງພະແນກ, ເກັບກຳບັນດາບົດຮຽນທີ່ຖອດຖອນໄດ້ຈາກການປະຕິບັດວຽກງານພາຍໃນພະແນກ ແລະ ສະເໜີວິທີແກ້ໄຂ;

8. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຫົວໜ້າກົມ ແລະ ຄະນະກົມ;