ການຝຶກອົບຮົມກ່ຽວກັບລະບົບຄຸ້ມຄອງເຫດການສຸກເສີນດ້ານສາທາລະນະສຸກ ແລະ ການປະເມີນຄວາມສ່ຽງໂດຍນໍາໃຊ້ຂໍ້ມູນຈາກຫຼາຍແຫຼ່ງ

 

          ໃນລະຫວ່າງວັນທີ 26-27 ຕຸລາ 2023 ທີຜ່ານມາ ຢູ່ຫ້ອງປະຊຸມສູນປ້ອງກັນ ແລະ ປີ່ນປົວໄຂ້ຍຸງ ພະແນກສາທາລະນະສຸກແຂວງຫຼວງນ້ຳທາ ໄດ້ຈັດຊຸດຝຶກອົບຮົມກ່ຽວກັບລະບົບຄຸ້ມຄອງເຫດການສຸກເສີນດ້ານສາທາລະນະສຸກ ແລະ ການປະເມີນຄວາມສ່ຽງໂດຍນໍາໃຊ້ຂໍ້ມູນຈາກຫຼາຍແຫຼ່ງ ເພື່ອສ້າງຄວາມເຂັ້ມແຂງການກະກຽມ ແລະ ໂຕ້ຕອບຕໍ່ເຫດການສຸກເສີນທາງດ້ານສາທາລະນະສຸກຢູ່ຂັ້ນແຂວງ ແລະ ຂັ້ນເມືອງ ໃຫ້ກັບແຂວງ ຫຼວງນໍ້າທາ ແລະ ແຂວງບໍ່ແກ້ວ.
           ໂດຍການເປັນປະທານຂອງທ່ານ ດຣ ຕຽງສະໜອນ ພອນປະເສີດ ກຳມະການພັກແຂວງ ຫົວໜ້າພະແນກສາທາລະນະສຸກແຂວງຫຼວງນ້ຳທາ, ເຂົ້າ ຮ່ວມຈາກກົມຄວບຄູມພະຍາດຕິດຕໍ່ກະຊວງສາທາລະນະສຸກ, ຕ່າງໜ້າຈາກອົງການໂກຟີ, ມີນັກສຳມານາກອນຈາກພະແນກສາທາລະນະສຸກ, ຫ້ອງການສາ ທາລະນະສຸກ 5 ເມືອງ ແຂວງບໍ່ແກ້ວ ແລະ ນັກສຳມະນາກອນຈາກພະແນກສາທາລະນະສຸກແຂວງ, ປກສແຂວງ, ທະຫານແຂວງ, ພະແນກແຮງງານສະຫວັດດີການ, ພະແນກຖະແຫຼ່ງຂ່າວ-ວັດທະນາທຳ ແລະ ທ່ອງທ່ຽວ, ຫ້ອງວ່າການແຂວງ, ຫ້ອງການສາທາລະນະສຸກ 5 ເມືອງແຂວງຫຼວງນໍ້າທາ ລວມຜູ້ເຂົ້າຮ່ວມທັງໝົດ 61 ທ່ານ, ຍີງ29 ທ່ານ.
          ໃນຊຸດຝືກອົບຮົມນັກສຳມານາກອນແມ່ນໄດ້ຮັບຟັງ ບົດນຳສະເໜີ: ພາບລວມຂອງການຄຸ້ມຄອງເຫດການສຸກເສີນດ້ານສາທາລະນະສຸກ, ໂຄງສ້າງ, ພາ ລະບົດບາດ ແລະ ໜ້າທີ່ຮັບຜິດຊອບຂອງ ລະບົບຄຸ້ມຄອງເຫດການສຸກເສີນຂອງສູນປະຕິບັດງານເຫດການສຸກເສີນ, ການປະເມີນຄວາມສ່ຽງໂດຍນໍາໃຊ້ຂໍ້ມູນຈາກຫຼາຍແຫຼ່ງເພື່ອໂຕ້ຕອບເຫດການສຸກເສີນດ້ານສາທາລະນະສຸກ, ປັບປຸງຮ່າງຂໍ້ຕົກລົງແຕ່ງຄະນະກໍາມະການວຽກງານການປະເມີນຄວາມສ່ຽງໂດຍນໍາໃຊ້ຂໍ້ມູນຈາກຫຼາຍແຫຼ່ງຂັ້ນແຂວງ, ການຕິດຕາມການຈັດຕັ້ງປະຕິບັດການປະເມີນຄວາມສ່ຽງໂດຍນໍາໃຊ້ຂໍ້ມູນຈາກຫຼາຍແຫຼ່ງ. ຊຸດອົບຮົມຍັງໄດ້ ແນະນຳບົດຝຶກ ຫັດກຳນົດກິດຈະກຳ ແລະ ສີ່ງທີ່ຄວນຈັດຕັ້ງປະຕິບັດໃນ 4 ວົງຈອນ ຄຸ້ມຄອງເຫດການສຸກເສີນ,ກຳນົດໂຄງສ້າງຂອງລະບົບຄຸ້ມຄອງບໍລິຫານເຫດການໃນພາ ວະສຸກ ເສີນຢູ່ແຂວງ ເມືອງ, ການຈັດການປະເມີນຄວາມສ່ຽງໂດຍນໍາໃຊ້ຂໍ້ມູນຈາກຫຼາຍແຫຼ່ງສໍາລັບເຫດການຕ່າງໆ ແລະ ສໍາລັບເຫດການດ້ານສາທາ ລະນະສຸກ ທີ່ພົ້ນເດ່ນ ຢູ່ແຂວງ ໃຫ້ແຕ່ລະກູ່ມຂື້ນສະເໜີບົດຂອງຕົນ ພ້ອມທັງສົນທະນາ ຖາມ-ຕອບຕໍ່ບົດສະເໜີ. ຊຸດອົບຮົມໃຊ້ເວລາ 2 ວັນຈີງປິດລົງ.
ຂ່າວ: ດາວອນ ສຸກສັນຕິ ພະແນກສາທາລະນະສຸກແຂວງ                                                                                                                                    ວັນທີ 31/10/2023   ຜູ້ສື່ຂ່າວ: CDC Lao

 

 

 

 

About Post Author