ຊຸດອົບຮົມຄູຝຶກກ່ຽວກັບການເຝົ້າລະວັງພະຍາດທີ່ສາມາດປ້ອງກັນໄດ້ດ້ວຍວັກຊີນ ໃຫ້ພະນັກງານວິຊາການເຝົ້າລະວັງຂັ້ນເມືອງ

                                                                                                                                                                                                                                       

ຊຸດອົບຮົມຄູຝຶກກ່ຽວກັບການເຝົ້າລະວັງພະຍາດທີ່ສາມາດປ້ອງກັນໄດ້ດ້ວຍວັກຊີນໃຫ້ພະນັກງານວິຊາການເຝົ້າລະວັງຂັ້ນເມືອງ

 

            ວັນທີ 16 ພະຈິກ 2023 ຢູ່ຫ້ອງປະຊູມພະແນກສາທາລະນະສຸກແຂວງ ຫຼວງນ້ຳທາໄດ້ຊຸດອົບຮົມຄູຝຶກກ່ຽວກັບການເຝົ້າລະວັງພະຍາດທີ່ສາມາດປ້ອງກັນໄດ້ດ້ວຍວັກຊີນ ໃຫ້ພະນັກງານວິຊາການເຝົ້າລະວັງຂັ້ນເມືອງ.

 

            ໂດຍການເປັນປະທານຂອງທ່ານ ດຣ ບຸນນຳ ເພັດສີຄາມ ຮອງຫົວໜ້າພະແນກສາທາລະນະສຸກແຂວງ,ເຂົ້າຮ່ວມຈາກ ໂຮງໝໍທະຫານແຂວງ (ຈາກພະແນກເສນາຮັກ ແລະ ຜູ້ຮັບຜິດຊອບ 18 ອາການ/ພະຍາດພາຍໃຕ້ການເຝົ້າລະວັງ (DHIS2) ຢູ່ໂຮງໝໍ),ໂຮງໝໍແຂວງ (ຈາກພະແນກສຸກເສີນ, ກວດເຂດນອກ ແລະ ພະແນກເດັກ ນ້ອຍ), ພະນັກງານວິຊາການຂັ້ນເມືອງ(ວິຊາການໝ່ວຍງານລະບາດວິທະຍາເມືອງ, ແພດປີ່ນປົວ ຜູ້ຮັບຜິດຊອບ 18 ອາການ/ພະຍາດພາຍໃຕ້ການເຝົ້າລະວັງ (DHSI) ຢູ່ໂຮງໝໍເມືອງ, ຜູ້ຮັບຜີດຊອບວຽກງານສັກຢາກັນພະຍາດຂັ້ນເມືອງ) 5 ເມືອງ.ເຂົ້າຮ່ວມທັງໝົດ 24 ທ່ານ,ຍີງ 17 ທ່ານ.

 

            ເພື່ອປະຕິບັດຕາມແຜນງານການເຝົ້າລະວັງແຫ່ງຊາດ ໃນການຕິດຕາມ, ຄົ້ນຫາກໍລະນີຂອງບາງກຸ່ມອາການ/ພະຍາດທີ່ປ້ອງກັນດ້ວຍຢາວັກຊີນ ໃນການທີ່ຈະກະ. ກຽມການກຳຈັດ ຫຼື ລົບລ້າງ ໃນປີ2023 ຫາ 2027 ,ເພື່ອກຽມຄວາມພ້ອມໃຫ້ແກ່ຄູຝຶກຂັ້ນເມືອງໃນການຈັດຝຶກອົບຮົມໃຫ້ພະນັກ ງານຂັ້ນສຸກສາລາ,ເພື່ອກະຕຸ້ນຊຸກຍູ້ການ ລາຍງານກໍລະນີລ່ອຍແຫຼວກະທັນຫັນ ແລະ ກໍລະນີອື່ນທີ່ກ່ຽວຂ້ອງກັບພະຍາດທີ່ສາມາດປ້ອງກັນໄດ້ດ້ວຍວັກຊີນ,ເພື່ອຄົ້ນຫາ, ສອບສວນ ແລະ ຮັບມືກັບສະພາບການລະ ບາດຂອງພະຍາດທີ່ສາມາດປ້ອງກັນໄດ້ດ້ວຍວັກຊີນ.

                                                                                                                                                                                                                                            ວັນທີ  16 ພະຈິກ 2023   ຜູ້ສື່ຂ່າວ: CDC Lao

 

 

About Post Author