ພະແນກກັນພະຍາດຈາກສັດສູ່ຄົນ ແລະ ຈຸດຜ່ານແດນ

ພະແນກກັນພະຍາດຈາກສັດສູຄົນ ແລະ ຈຸດພານແດນ ມີ 05 ທ່ານ ດັ່ງມີລາຍຊື່ນີ້:

1. ດຣ ພູປະສົງ ຊົມພູ                       ຫົວໜ້າພະແນກ
2. ດຣ ນ ພົງສະໄຫວ ຈັນທະແສງ       ຮອງຫົວໜ້າພະແນກ
3. ດຣ ນ ຄັດທະອຸດອນ ບຸນຄຸ້ມ         ວິຊາການ
4. ດຣ ຄຳເພັງ ອິນທະວົງ                   ວິຊາການ
5. ດຣ ພອນປະດິດ ຜາວິໄລ               ວິຊາການ

ພາລະບົບບາດ ພະແນກກັນພະຍາດຈາກສັດສູຄົນ ແລະ ຈຸດພານແດນ

1. ຄົ້ນຄ້ວາ ພັດທະນາຮ່າງນະໂຍບາຍ, ຍຸດທະສາດ, ຄູ່ມືມາດຕະຖານໃນການຈັດຕັ້ງປະຕິບັດ ແລະ ນິຕິກຳຕ່າງໆກ່ຽວກັບການກັນ ແລະ ຄວບຄຸມພະຍາດຕິດຕໍ່ ຈາກສັດສູຄົນ ແລະ ຈຸດພານແດນ;

2. ຄົ້ນຄ້ວາປະກອບຄຳຄິດຄຳເຫັນ, ກວດຜ່ານບັນດາເອກະສານທີ່ກ່ຽວຂ້ອງກັບການກັນ, ຄວບຄຸມພະຍາດຕິດຕໍ່ຕາມຈຸດຜ່ານແດນ ແລະ ພະຍາດຕິດຕໍ່ຈາກສັດສູ່ຄົນ, ອຳນວຍຄວາມສະດວກໃຫ້ບັນດາສູນ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ;

3. ເສີມສ້າງຄວາມສາມາດທາງດ້ານວິຊາການ ໃນດ້ານຕ່າງໆກ່ຽວກັບວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ຕາມຈຸດຜ່ານແດນ ແລະພະຍາດຕິດຕໍ່ຈາກສັດສູ່ຄົນ;

4. ສ້າງແຜນການ, ງົບປະມານ ໄລຍະສັນ, ໄລຍະກາງ, ໄລຍະຍາວ ກ່ຽວກັບວຽກງານການກັນ ແລະ ຄວບຄຸມພະຍາດຕິດຕໍ່ຕາມຈຸດຜ່ານແດນ ແລະ ພະຍາດຕິດຕໍ່ຈາກສັດສູ່ຄົນ;

5. ຄົ້ນຄ້ວາອຸປະກອນ, ພັດທະນາເຄື່ອງມື ແລະ ສື່ໂຄສະນາຕ່າງໆ ເພື່ອນຳໃຊ້ເຂົ້າໃນການປະຕິບັດ ໜ້າທີ່ວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ຕາມຈຸດຜ່ານແດນ ແລະ ພະຍາດຕິດຕໍ່ຈາກສັດສູ່ຄົນ;

6. ຄົ້ນຄ້ວາ, ພັດທະນາລະບົບການເຄື່ອນໄຫວວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ຕາມຈຸດຜ່ານແດນ ແລະ ພະຍາດຕິດຕໍ່ຈາກສັດສູ່ຄົນລວມທັງລະບົບການບັນທຶກລາຍງານ;

7. ກຳນົດຕົວຊີ້ວັດ,​ເປົ້າໝາຍ ແລະ ເຄື່ອງມື ການປະເມີນຜົນ ຕາມໄລຍະເວລາໃນການຈັດຕັ້ງປະຕິບັດວຽກງານການກັນ ແລະ ຄວບຄຸມພະຍາດຕິດຕໍ່ຕາມຈຸດຜ່ານແດນ ແລະ ພະຍາດຕິດຕໍ່ຈາກສັດສູ່ຄົນໃຫ້ສອດຄອງກັບກົດລະບຽບສາກົນດ້ານສາທາລະນະສຸກ;

8. ປະສານສົມທົບກັບໜ່ວຍງານສາທາລະນະສຸກປະຈຳຈຸດຜ່ານແດນສາກົນ, ທອງຖິ່ນ ແລະ ປະເພນີ ພ້ອມທັງວາງ ມາດຕະການໃນການກັນ ແລະ ຄວບຄຸມ ບໍ່ໃຫ້ພະຍາດຕິດຕໍ່ ທີ່ມີການລະບາດໃນບັນດາປະເທດໃກ້ຄ້ຽງ, ພາກພື້ນແຜ່ລາມເຂົ້າມາສູ່ ສປປລາວ;

9. ດຳເນີນການເຜີຍແຜ່ ນະໂຍບາຍ, ຍຸດທະສາດ, ກົດໝາຍ, ຂໍກຳນົດ, ລະບຽບມາດຕະຖານ, ມາດຕະການ ແລະ ນິຕິກຳຕ່າງໆ ກ່ຽວກັບວຽກງານການປ້ອງກັນ ແລະ ຄວບຄຸມພະຍາດ ຈຸດຜ່ານແດນ ແລະ ພະຍາດຕິດຕໍ່ຈາກສັດສູ່ຄົນ;

10. ຕິດຕາມ ກວດກາ ປະເມີນຜົນການເຄື່ອນໄຫວປະຕິບັດວຽກງານ ໂຄງການຕ່າງໆກ່ຽວກັບວຽກງານກັນ ແລະ ຄວບຄຸມພະຍາດຕາມຈຸດຜ່ານແດນ ແລະ ພະຍາດຕິດຕໍ່ຈາກສັດສູ່ຄົນ;

11. ສະຫຼຸບ ແລະ ສັງລວມປະຈຳ ອາທິດ, ປະຈຳເດືອນ, ປະຈຳໄຕມາດ, ປະຈຳ 6 ເດືອນ, 9 ເດືອນ ແລະ ປະຈຳປີເພື່ອຕີລາຄ່າການຈັດຕັ້ງປະຕິບັດວຽກງານຂອງພະແນກ, ເກັບກຳບັນດາບົດຮຽນທີ່ຖອດຖອນໄດ້ຈາກການປະຕິບັດວຽກງານພາຍໃນພະແນກ ແລະ ສະເໜີວິທີແກ້ໄຂ;

12. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຫົວໜ້າກົມ ແລະ ຄະນະກົມ;