ພະແນກເຝົ້າລະວັງ ແລະ ໂຕ້ຕອບພະຍາດ

ພະແນກເຝົ້າລະວັງ ມີ 07 ທ່ານ ດັ່ງມີລາຍຊື່ນີ້:

1. ດຣ ນ ວຽງສະຫວັນ ຄິດຕິພົງ       ຫົວໜ້າພະແນກ
2. ດຣ ນ ມາລີວັນ ວົງປັນຍາ             ວິຊາການ
3. ດຣ ນ ດາວວຽງ ວັນທະວີ             ວິຊາການ
4. ດຣ ນ ລັດດາວັນ ມວນຈັນ            ວິຊາການ 
5. ນາງ ໂອນີວັນ ພົມມະສັກ              ວິຊາການ
6. ດຣ ພູວິລຸດ ລາດສະໂພ                ວິຊາການ
7. ດຣ ຊະນະທິບ ພິລາວົງ                ວິຊາການ

ພາລະບົບບາດ ພະແນກເຝົ້າລະວັງ ແລະ ໂຕ້ຕອບພະຍາດ

1. ຄົ້ນຄ້ວາ,​ຮ່າງນິຕິກຳ, ພັດທະນາຮ່າງນະໂຍບາຍຍຸດທະສາດ, ສ້າງແຜນງົບປະມານໄລຍະສັນ, ໄລຍະກາງ, ໄລຍະຍາວ, ກ່ຽວກັບວຽກເຝົ້າລະວັງ, ໂຕຕອບພະຍາດ ແລະ ອົບຮົມລະບາດວິທະຍາພາກສະໜາມ ແລະເຜີຍແຜ່ຜົນການຄົ້ນຄ້ວາວິທະຍາສາດ;

2. ຄົ້ນຄ້ວາ, ກຳນົດຕົວຊີ້ວັດ, ພັດທະນາເຄື່ອງມືປະເມີນຜົນວຽກງານເຝົ້າລະວັງ ແລະ ຄວບຄຸມພະຍາດ ຢູ່ແຕ່ລະຂັ້ນໃນຂອບເຂດທົ່ວປະເທດ;

3. ຄົ້ນຄ້ວາ, ພັດທະນາ ເຄື່ອງມືປະເມີນຜົນວຽກງານຝຶກອົບຮົມຫຼັກສູດ ລະບາດວິທະຍາພາກສະໜາມ;

4. ເປັນກອງເລຂາຈຸດປະສານງານກົດລະບຽບສາກົນດ້ານສາທາລະນະສຸກໂດ້ຍການຕິດຕາມເຝົ້າລະວັງ ແລະ ລາຍງານສະພາບພະຍາດ ແລະ ການກັບຄືນມາເກີດໃໝ່ຂອງພະຍາດຕິດຕໍ່ໃຫ້ສາກົນ;

5. ເປັນກ້ອງເລຂາຫ້ອງປະຕິບັດງານເຫດການສຸກເສີນທາງດ້ານສາທາລະນະສຸກ ໃນການຄົ້ນຄ້ວາ, ປະເມີນຄວາມສ່ຽງ, ວາງແຜນ, ວາງມາດຕະການ ໂຕ້ຕອບການລະບາດຂອງພະຍາດຕິດຕໍ່ໃນແຕ່ລະຂັ້ນ;

6. ຕິດຕາມເຝົ້າລະວັງຜົ້ນການກວດຢັ້ງຢືນທາງດ້ານວິເຄາະທີ່ກ່ຽວກັບເຊື້ອສາຍເຫດຂອງການເກີດພະຍາດຕິດຕໍ່;

7. ຄົ້ນຄ້ວາປະກອບຄຳເຫັນ, ກວດຜ່ານເອກະສານທີ່ກ່ຽວຂ້ອງກັບພະແນກ ແລະ ອຳນວຍຄວາມສະດວກໃຫ້ແກ້ບັນດາສູນ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ;

8. ປະສານສົມທົບກັບທຸກພາກສ່ວນກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດກ່ຽວກັບວຽກງານເຝົ້າລະວັງ ແລະ ຄວບຄຸມພະຍາດ, ຕາມພາລະບົດບາດໃນຂັ້ນພະແນກຂອງຕົນ;

9. ສະຫຼຸບ ແລະ ສັງລວມຜົນງານ ປະຈຳອາທິດ ປະຈຳເດືອນ, ປະຈຳໄຕມາດ, ປະຈຳ 6ເດືອນ, 9ເດືອນ ແລະ ປະຈຳປີ ເພື່ອຕີລາຄາການຈັດຕັ້ງປະຕິບັດວຽກງານຂອງພະແນກ, ພ້ອມທັງເກັບກຳບັນດາບົດຮຽນທີ່ຖອດຖອນໄດ້ຈາກການປະຕິບັດວຽກງານພາຍໃນພະແນກ ແລະ ສະເໜີວິທີແກ້ໄຂ;

10. ປະຕິບັດໜ້າທີ່ອື່ນໆຕາມການມອບໝາບຫົວໜ້າກົມ ແລະ ຄະນະກົມ;