ພະແນກບໍລິຫານ

• ພະແນບໍລິຫານ ມີ 9 ທ່ານ ດັ່ງມີລາຍຊື່ນີ້:

1. ດຣ ນ ໄຮຄຳ ແກ້ວແກ່ນຈັນ            ຫົວໜ້າພະແນກ
2. ນາງ ສະຖາພອນ ສຸພັນທອງ           ຮອງຫົວໜ້າພະແນກ
3. ນາງ ສອນນຸພາບ ພັນຍະວົງ           ວິຊາການ
4. ນາງ ຈິນຕະນາ ມະຫາວົງ              ວິຊາການ
5. ດຣ ນ ຂັນສຸດາພອນ ພະຂຸນທອງ   ວິຊາການ
6. ນາງ ຄອນຄຳ ໄຊຍະເສນ               ວິຊາການ
7. ທ້າວ ສໍລະພົງ ສີຫາວັນ                 ວິຊາການ
8. ທ້າວ ຄຳປະສົງ ສິມມາລາວົງ          ວິຊາການ
9. ທ້າວ ຄຳມີ ແກ້ວເມືອງເໝືອ          ຂັບລົດ

ພາລະບົບບາດ ໜ້າທີ່ຂອງພະແນກບໍລິຫານ

1. ຮັບຜິດຊອບວຽກງານ ບໍລິຫານສັງລວມ, ວຽກງານຈັດຕັ້ງ ແລະ ວຽກງານກວດກາ ການບໍລິຫານລັດຂອງ ກົມຄວບຄຸມພະຍາດຕິດຕໍ່;

2. ຄຸ້ມຄອງ ພະນັກງານລັດຖະກອນ, ຊີວະປະຫວັດ, ເອກະສານທາງການ, ຂື້ນແຜນການບັນຈຸຊັບຊ້ອນ, ກໍ່ສ້າງບຳລຸງຍົກລະດັບ, ການເລື່ອນຊັ້ນຂັ້ນເງິນເດືອນ ແລະ ການປະຕິບັດນະໂຍບາຍຍ້ອງຍໍ ແລະ ປະຕິບັດວິໄນຕໍ່ ພະນັກງານລັດຖະກອນທີ່ຂື້້ນກັບກົມ;

3. ຄຸ້ມຄອງກາປະທັບຂອງກົມ ແລະ ຮັບຜິດຊອບການຈ້ຳຊື່ຂອງຫົວໜ້າ ແລະ ຮອງຫົວໜ້າ, ພ້ອມທັງບໍລິຫານເອກະສານ ຂາເຂົ້າ-ຂາອອກ, ສຳເນົາ ຈັດພິມ,​ຈັດສົ່ງເອກະສານໄປຫາບັນດາພະແນກ ພາຍໃນກົມ ແລະ ທຸກພາກສວນທີ່ກ່ຽວຂ້ອງ;

4. ສັງລວມ ແລະ ເກັບກຳບັນດານະໂຍບາຍ, ຍຸດທະສາດ ແລະ ແຜນໄລຍະສັ້ນ, ກາງ,​ຍາວ ກ່ຽວກັບວຽກງານຄວບຄຸມພະຍາດຕິດຕໍ່, ພ້ອມທັງເກັບກຳ ແລະ ສັງລວມທຸກການຮ່ວມມືກັບສາກົນໃນຂົງເຂດວຽກງານຂອງສາຍແຜນງານຄວບຄຸມພະຍາດຕິດຕໍ່;

5. ຄົ້ນຄ້ວາ ແລະ ກວດບົດວິພາກໂຄງການຊ່ວຍເຫຼືອຈາກຕ່າງປະເທດໃນຂົງເຂດຂອງສາຍແຜນງານຄວບຄຸມພະຍາດຕິດຕໍ່ເພື່ອໃຫ້ໄປຕາມກົດລະບຽບ ແລະ ຂໍ້ກຳນົດຂອງກະຊວງການຕ່າງປະເທດວ່າດ້ວຍການຮັບເອົາທຶນຊ່ວຍເຫຼືອສາກົນ;

6. ສົມທົບກັບພະແນກພາຍໃນກົມ ແລະ ບັນດາສູນທີ່ຂື້ນກັບສາຍຄວບຄຸມພະຍາດຕິດຕໍ່ໃນການສ້າງແຜນໄລຍະສັ້ນ ແລະ ໄລຍະຍາວ ( ປະຈຳໄຕມາດ, 6ເດືອນ, 1ປີ ແລະ 5ປີ ) ກ່ຽວກັບວຽກງານຄວບຄຸມພະຍາດຕິດຕໍ່ໃນຂົງເຂດທົ່ວປະເທດ;

7. ຮັບຜິດຊອບຂື້ນແຜນງົບປະມານເງິນເດືອນ, ງົບປະມານບໍລິຫານ ພ້ອມທັງສັງລວມ ງົບປະມານດ້ານວິຊາການ ແລະຮັບຜິດຊອບວຽກງານ ຈັດຊື້ຈັດຫາທັງໝົດຂອງກົມ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ້ການເຄື່ອນໄຫວວຽກງານ ຂອງບັນດາພະແນກພາຍໃນກົມ;

8. ຄຸ້ມຄອງ ວັດຖຸຊັບສົມບັດຄົງທີ່, ເຄຫາສະຖານ, ຍານພາຫະນະ, ສ້ອມແປງ, ການສື່ສານ, ອຸປະກອນຮັບໃຊ້ຫ້ອງການ, ເຄື່ອງໃຊ້ຫ້ອງການ ແລະ ອື້້ນໆ;

9. ຮັບຜິດຊອບວຽກງານພິທີການຮັບແຂກ, ຈັດກອງປະຊຸມ, ການປະຊາສຳພັນ, ວຽກງານປ້ອງກັນ, ຄວາມເປັນລະບຽບຮຽບຮ້ອຍຈົບງາມພາຍໃນ ສຳນັກງານຂອງກົມ;

10. ສັງລວມ ແລະ ຄຸ້ມຄອງງົບປະມານ-ການເງິນ ລັດທະບານຂອງກົມ ລວມທັງໂຄງການ ແລະ ການຊ່ວຍເຫຼືອຈາກອົງການຈັດຕັ້ງສາກົນຕ່າງໆ;

11. ຕິດຕາມ, ປະເມີນຜົນ ແລະສະຫຼຸບສັງລວມການລົງທຶນໃນຂົງເຂດວຽກງານ ສາຍແຜນງານຄອບຄຸມພະຍາດຕິດຕໍ່;

12. ສະຫຼຸບ ແລະ ສັງລວມຜົນງານ ປະຈຳອາທິດ ປະຈຳເດືອນ, ປະຈຳ 3 ເດືອນ, 6ເດືອນ, 9ເດືອນ ແລະ 1ປີ, ໂດຍການຮ່ວມມືກັບພະແນກອື່ນໆຂອງກົມ, ສະຖາບັນ, ບັນດາສູນ ເພື່ອຕີລາຄາສະພາບການຈັດຕັ້ງປະຕິບັດ, ເກັບກຳບັນດາບົດຮຽນທີ່ຖອດຖອນໄດ້ ພ້ອມທັງຊອກຫາວິທີການເພື່ອແກ້ໄຂ ແລະ ສະເໜີຫົວໜ້າ ແລະ ຄະນະກົມເພືອພິຈາລະນາ;

13. ພົວພັນປະສານງານ, ອຳນວຍຄວາມສະດວກກັບບັນດາພະແນກການ, ສະຖາບັນ,​ບັນດາສູນ, ບັນດາແຂວງ,​ການຈັດຕັ້ງຂອງລັດ ແລະ ສາກົນທີ່ກ່ຽວຂ້ອງຕາມການຊີ້ນຳຂອງກົມ ເພືອການຊ່ວຍເຫຼືອທາງດ້ານທຶນຮອນ ແລະ ທາງດ້ານເຕັກນິກວິຊາການ;

14. ປະຕິບັດໜ້າທີອື່ນໆຕາມການມອບໝາຍຫົວໜ້າກົມ ແລະ ຄະນະກົມ;