ພະແນກຄວບຄຸມພະຍາດແມ່ກາຝາກ

ພະແນກຄວບຄຸມພະຍາດແມ່ກາຝາກ ມີ 06 ທ່ານ ດັ່ງມີລາຍຊື່ນີ້:

1. ດຣ ບຸນນະລົດ ອິນສີຊຽງໃໝ່        ຫົວໜ້າພະແນກ
2. ດຣ ນ ພອນສະຫວັນ ພິລາສຸກ      ຮອງຫົວໜ້າພະແນກ
3. ດຣ ບົວລີ ແກ້ວຄຳພາວັນ              ວິຊາການ
4. ດຣ ນ ນວນນິພາ ສິມມາລາວົງ      ວິຊາການ
5. ດຣ ນ ນິລັນດອນ ແສນວັນປັນ      ວິຊາການ
6. ນາງ ອາລີວັນ ພົມມະສັກ              ວິຊາການ

ພາລະບົບບາດ ພະແນກຄວບຄຸມພະຍາດແມ່ກາຝາກ

1. ຄົ້ນຄ້ວາ ພັດທະນາຮ່າງນະໂຍບາຍ, ຍຸດທະສາດ, ຄູ່ມືມາດຕະຖານໃນການຈັດຕັ້ງປະຕິບັດ ແລະ ນິຕິກຳຕ່າງໆກ່ຽວກັບການກັນ, ຄວບຄຸມພະຍາດແມ່ກາຝາກ ແລະ ພະຍາດເຂດຮ້ອນທີ່ຄວນເອົາໃຈໃສ່ເພີ້ມເຕີມ;

2. ຄົ້ນຄ້ວາປະກອບຄຳຄິດເຫັນ, ກວດຜ່ານບັນດາເອກະສານທີ່ກ່ຽວຂ້ອງກັບພະແນກ, ອຳນວຍຄວາມສະດວກໃຫ້ແກ້ບັນດາສູນ ແລະ ພາກສ່ວນຕ່າງທີ່ມີສ່ວນກ່ຽວຂ້ອງກັບພະແນກ;

3. ສ້າງແຜນ, ງົບປະມານ ໄລຍະສັນ, ໄລຍະກາງ, ໄລຍະຍາວ ກ່ຽວກັບວຽກງານພະຍາດກາຝາກ ແລະ ພະຍາດເຂດຮ້ອນທີ່ຄວນເອົາໃຈໃສ່ເພີ່ມເຕີມ;

4. ຄົ້ນຄ້ວາ ແລະ ພັດທະນາເຄື່ອງມື ແລະ ອຸປະກອນການອົບຮົມໂຄສະນາກ່ຽວກັບວຽກງານພະຍາດກາຝາກ;

5. ດຳເນີນ, ເຜີຍແຜ່ດ້ານວິທະຍາສາດ ແລະ ດ້ານນິຕິກຳຕ່າງໆກ່ຽວກັບວຽກງານພະຍາດກາຝາກ;

6. ຊຸກຍູ້, ຕິດຕາມ, ປະເມີນຜົນບັນດາໂຄງການຕ່າງໆ ກ່ຽວກັບວຽກງານພະຍາດກາຝາກໃນແຕ່ລະຂັ້ນ;

7. ປະສານສົມທົບກັບທຸກພາກສ່ວນກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດກ່ຽວກັບວຽກງານພະຍາດກາຝາກ;

8. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຫົວໜ້າກົມ ແລະ ຄະນະກົມ