ພະແນກກັນພະຍາດຈາກສັດສູຄົນ ແລະ ຈຸດພານແດນ ມີ 05 ທ່ານ ດັ່ງມີລາຍຊື່ນີ້:
1. ດຣ ພູປະສົງ ຊົມພູ ຫົວໜ້າພະແນກ
2. ດຣ ນ ພົງສະໄຫວ ຈັນທະແສງ ຮອງຫົວໜ້າພະແນກ
3. ດຣ ນ ຄັດທະອຸດອນ ບຸນຄຸ້ມ ວິຊາການ
4. ດຣ ຄຳເພັງ ອິນທະວົງ ວິຊາການ
5. ດຣ ພອນປະດິດ ຜາວິໄລ ວິຊາການ
ພາລະບົບບາດ ພະແນກກັນພະຍາດຈາກສັດສູຄົນ ແລະ ຈຸດພານແດນ
1. ຄົ້ນຄ້ວາ ພັດທະນາຮ່າງນະໂຍບາຍ, ຍຸດທະສາດ, ຄູ່ມືມາດຕະຖານໃນການຈັດຕັ້ງປະຕິບັດ ແລະ ນິຕິກຳຕ່າງໆກ່ຽວກັບການກັນ ແລະ ຄວບຄຸມພະຍາດຕິດຕໍ່ ຈາກສັດສູຄົນ ແລະ ຈຸດພານແດນ;
2. ຄົ້ນຄ້ວາປະກອບຄຳຄິດຄຳເຫັນ, ກວດຜ່ານບັນດາເອກະສານທີ່ກ່ຽວຂ້ອງກັບການກັນ, ຄວບຄຸມພະຍາດຕິດຕໍ່ຕາມຈຸດຜ່ານແດນ ແລະ ພະຍາດຕິດຕໍ່ຈາກສັດສູ່ຄົນ, ອຳນວຍຄວາມສະດວກໃຫ້ບັນດາສູນ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ;
3. ເສີມສ້າງຄວາມສາມາດທາງດ້ານວິຊາການ ໃນດ້ານຕ່າງໆກ່ຽວກັບວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ຕາມຈຸດຜ່ານແດນ ແລະພະຍາດຕິດຕໍ່ຈາກສັດສູ່ຄົນ;
4. ສ້າງແຜນການ, ງົບປະມານ ໄລຍະສັນ, ໄລຍະກາງ, ໄລຍະຍາວ ກ່ຽວກັບວຽກງານການກັນ ແລະ ຄວບຄຸມພະຍາດຕິດຕໍ່ຕາມຈຸດຜ່ານແດນ ແລະ ພະຍາດຕິດຕໍ່ຈາກສັດສູ່ຄົນ;
5. ຄົ້ນຄ້ວາອຸປະກອນ, ພັດທະນາເຄື່ອງມື ແລະ ສື່ໂຄສະນາຕ່າງໆ ເພື່ອນຳໃຊ້ເຂົ້າໃນການປະຕິບັດ ໜ້າທີ່ວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ຕາມຈຸດຜ່ານແດນ ແລະ ພະຍາດຕິດຕໍ່ຈາກສັດສູ່ຄົນ;
6. ຄົ້ນຄ້ວາ, ພັດທະນາລະບົບການເຄື່ອນໄຫວວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ຕາມຈຸດຜ່ານແດນ ແລະ ພະຍາດຕິດຕໍ່ຈາກສັດສູ່ຄົນລວມທັງລະບົບການບັນທຶກລາຍງານ;
7. ກຳນົດຕົວຊີ້ວັດ,ເປົ້າໝາຍ ແລະ ເຄື່ອງມື ການປະເມີນຜົນ ຕາມໄລຍະເວລາໃນການຈັດຕັ້ງປະຕິບັດວຽກງານການກັນ ແລະ ຄວບຄຸມພະຍາດຕິດຕໍ່ຕາມຈຸດຜ່ານແດນ ແລະ ພະຍາດຕິດຕໍ່ຈາກສັດສູ່ຄົນໃຫ້ສອດຄອງກັບກົດລະບຽບສາກົນດ້ານສາທາລະນະສຸກ;
8. ປະສານສົມທົບກັບໜ່ວຍງານສາທາລະນະສຸກປະຈຳຈຸດຜ່ານແດນສາກົນ, ທອງຖິ່ນ ແລະ ປະເພນີ ພ້ອມທັງວາງ ມາດຕະການໃນການກັນ ແລະ ຄວບຄຸມ ບໍ່ໃຫ້ພະຍາດຕິດຕໍ່ ທີ່ມີການລະບາດໃນບັນດາປະເທດໃກ້ຄ້ຽງ, ພາກພື້ນແຜ່ລາມເຂົ້າມາສູ່ ສປປລາວ;
9. ດຳເນີນການເຜີຍແຜ່ ນະໂຍບາຍ, ຍຸດທະສາດ, ກົດໝາຍ, ຂໍກຳນົດ, ລະບຽບມາດຕະຖານ, ມາດຕະການ ແລະ ນິຕິກຳຕ່າງໆ ກ່ຽວກັບວຽກງານການປ້ອງກັນ ແລະ ຄວບຄຸມພະຍາດ ຈຸດຜ່ານແດນ ແລະ ພະຍາດຕິດຕໍ່ຈາກສັດສູ່ຄົນ;
10. ຕິດຕາມ ກວດກາ ປະເມີນຜົນການເຄື່ອນໄຫວປະຕິບັດວຽກງານ ໂຄງການຕ່າງໆກ່ຽວກັບວຽກງານກັນ ແລະ ຄວບຄຸມພະຍາດຕາມຈຸດຜ່ານແດນ ແລະ ພະຍາດຕິດຕໍ່ຈາກສັດສູ່ຄົນ;
11. ສະຫຼຸບ ແລະ ສັງລວມປະຈຳ ອາທິດ, ປະຈຳເດືອນ, ປະຈຳໄຕມາດ, ປະຈຳ 6 ເດືອນ, 9 ເດືອນ ແລະ ປະຈຳປີເພື່ອຕີລາຄ່າການຈັດຕັ້ງປະຕິບັດວຽກງານຂອງພະແນກ, ເກັບກຳບັນດາບົດຮຽນທີ່ຖອດຖອນໄດ້ຈາກການປະຕິບັດວຽກງານພາຍໃນພະແນກ ແລະ ສະເໜີວິທີແກ້ໄຂ;
12. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຫົວໜ້າກົມ ແລະ ຄະນະກົມ;