Month: ເດືອນພະຈິກ 2020

ລາວຍັງມີຄວາມສ່ຽງທີ່ອາດເກີດການລະບາດຂອງພະຍາດໂຄວິດ-19 ຂຶ້ນຮອບໃໝ່

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການດ່ວນໃນມື້ວັນທີ 7 ສິງຫາ ທີ່ຜ່ານມາ ເຖີງທຸກພາກສ່ວນລວມທັງພໍ່ແມ່ປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດໃຫ້ເພີ່ມທະວີຂຶ້ນກວ່າເກົ່າກ່ຽວກັບການປະຕິບັດມາດຕະການຜ່ອນຜັນປ້ອງ ກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ເພາະເຫັນວ່າປັດຈຸບັນ ປະເທດລາວຍັງມີຄວາມສ່ຽງ ແລະ ສິ່ງທ້າທາຍຫຼາຍທີ່ຈະເກີດການແຜ່ລະບາດຂອງພະຍາດດັ່ງກ່າວຮອບໃໝ່ ຍ້ອນສະພາບການລະບາດຂອງພະຍາດດັ່ງກ່າວຢູ່ພາກພື້ນ ແລະ ທົ່ວໂລກຍັງສືບຕໍ່ເພີ່ມຂຶ້ນ. ເຊິ່ງເນື້ອໃນສຳຄັນໃນແຈ້ງການມີຄື: ມອບໃຫ້ກະຊວງປ້ອງກັນຄວາມສະຫງົບສົມທົບກັບຄະນະສະເພາະກິດຂັ້ນທ້ອງຖິ່ນໃຫ້ເພີ່ມທະວີກວດກາຄົນເຂົ້າ-ອອກເມືອງຢ່າງເຂັ້ມງວດກວ່າເກົ່າ,...

ລາວມີຜູ້ປ່ວຍໄຂ້ເລືອດອອກກວ່າ 5 ພັນຄົນ! ນະຄອນຫຼວງມີຜູ້ປ່ວຍຫຼາຍກວ່າໝູ່

ນັບແຕ່ວັນທີ 1 ມັງກອນ 2020 ຫາ 17 ສິງຫາ 2020, ມີຜູ້ຕິດເຊື້ອໄຂ້ເລືອດອອກ ສະສົມທັງໝົດ 5.093 ຄົນ, ມີການລາຍງານການຕິດເຊື້ອສະສົມ ຫຼາຍກວ່າໝູ່ແມ່ນນະຄອນຫຼວງວຽງຈັນ 1.187ຄົນ, ຖັດລົງມາແມ່ນ ແຂວງວຽງຈັນ 570 ຄົນ ແລະ...

ໃນແຕ່ລະປີລາວມີຜູ້ຕິດເຊື້ອເຮສໄອວີ 1.000ກວ່າຄົນ

ໃນກອງປະຊຸມຄະນະກໍາມະການແຫ່ງຊາດຕ້ານເອສ ປະຈໍາປີ 2020 ທ່ານ ຮສ.ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ປະທານຄະນະກໍາມະການແຫ່ງຊາດຕ້ານເອສ ກ່າວວ່າ ປະຈຸບັນອົງການຈັດຕັ້ງສາກົນ, ຜູ້ໃຫ້ທຶນ ກໍ່ສະໜັບສະໜູນງົບປະມານ ນັບມື້ນັບໜ້ອຍລົງ. ປະເທດຂອງພວກເຮົາປະສົບຂໍ້ຫຍຸ້ງຍາກຫຼາຍດ້ານ ແລະ ມີບັນຫາທາງດ້ານງົບປະມານ, ດ້ານການຕອບໂຕ້ຕໍ່ເຊື້ອເຮສໄອວີ ພະຍາດເອດ ກໍຍັງມີຫຼາຍສິ່ງທ້າທາຍຄື:...

ຜູ້ຕິດເຊື້ອໂຄວິດ-19 ກໍລະນີທີ 22 ໄດ້ອອກໂຮງໝໍແລ້ວ

ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນລາວ ແລະ ທົ່ວໂລກ ໃນວັນທີ 14 ກັນຍາ 2020 ເວົ້າສະເພາະລາວເຮົາ ທີ່ມື້ນີ້ຜູ້ຕິດເຊື້ອພະຍາດດັ່ງກ່າວ ກໍລະນີທີ 22 ກວດຫາໂຄວິດຄືນຜົນບໍ່ພົບເຊື້ອທັງ 2ຄັ້ງ ນັ້ນເປັນສັນຍານທີ່ດີ ວ່າຜູ້ກ່ຽວຈະໄດ້ອອກໂຮງໝໍແລ້ວ. ທ່ານ ນາງ ດຣ....

ເສຍຊິວິດໃໝ່ເພີ່ມຂື້ນ 1 ຄົນ ຍ້ອນໄຂ້ຍຸງລາຍ

ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ວັນທີ 21 ກັນຍາ 2020 ວ່າ: ມີຜູ້ເສຍຊິວິດຍ້ອນພະຍາດໄຂ້ຍຸງລາຍສະສົມ 12 ຄົນໃນທົ່ວປະເທດ. ໃນນັ້ນ, ເສຍຊິວິດໃໝ່ເພີ່ມຂື້ນ 1 ຄົນ ຢູ່ບ້ານຍໍ້, ເມືອງບູນເໜືອ ແຂວງ ຜົ້ງສາລີ, ລວມເປັນ 6...

ພິທີເປີດໂຄງການຮ່ວມມືລະຫວ່າງກະຊວງສາທາລະນະສຸກແລະ ອົງການ UNICEF-USAID

ໃນວັນທີ 20 ຕຸລາ 2020 ໄດ້ມີພິທີເປີດໂຄງການຮ່ວມມືລະຫວ່າງກະຊວງສາທາລະນະສຸກແລະ ອົງການ UNICEF-USAID, ໂດຍທ່ານທູດປີເຕີ ຮ່ວມກັບ ທ່ານ ພູທອງ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ປອ ເພຍ ບຣິໂຕ ໄດ້ຮ່ວມກັນເປີດໂຕໂຄງການໃໝ່ທີ່ມີຊື່ວ່າ: ໂຄງການສ້າງຄວາມເຂັ້ມແຂງວຽກງານສຸຂະພາບ...