ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດ​ອັກ​ເສບ​ປອດ​ COVID-19 ຖະແຫຼງຂ່າວ ປະຈຳວັນພຸດ ວັນທີ 21 ເມສາ ປີ 2021

ວັນພຸດ ວັນທີ 21 ເມສາ ປີ 2021 ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ພ້ອມດ້ວຍ ທ່ານ ດຣ. ພອນປະເສີດ ອຸນະພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ແລະ ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19, ຂໍອະນຸຍາດລາຍງານ:​
I. ສະພາບການລະບາດ​ຂອງ​ພະ​ຍາດ COVID-19 ຢູ່ ໃນໂລກ, ພາກພື້ນ ແລະ ບັນດາປະເທດໃກ້ຄຽງ
• ໃນທົ່ວໂລກມີການລາຍງານການລະບາດຂອງພະຍາດ COVID-19 ທັງໝົດ 219 (ປະເທດ/ເຂດ), ຜູ້ຕິດເຊື້ອສະສົມ 143,500,797 ຄົນ, ເສຍຊິວິດສະສົມ 3,055,683 ຄົນ ແລະ ປີ່ນປົວຫາຍດີ 122,119,209 ຄົນ;
• ປະເທດອາເມຣິກາ ຍັງເປັນອັນດັບໜຶ່ງ ຜູ້ຕິດເຊື້ອສະສົມຫຼາຍກວ່າ 32 ລ້ານກວ່າຄົນ ແລະເສຍຊີວິດສະສົມຫຼາຍກວ່າ 582,401 ຄົນ;
• ອັນດັບສອງ ແມ່ນປະເທດ ອິນເດຍ ມີຜູ້ຕິດເຊື້ອສະສົມ 15 ລ້ານກ່ວາຄົນ ແລະ ເສຍຊີວິດສະສົມ 182,570 ຄົນ;
• ສຳລັບບັນດາປະເທດອາຊຽນ, ປະເທດ ອິນໂດເນເຊຍ ມີຜູ້ຕິດເຊື້ອສູງ ອັນດັບ 1 ຂອງອາຊຽນ (ອັນດັບທີ 19 ຂອງໂລກ) ມີຜູ້ຕິດເຊື້ອສະສົມສູງກວ່າ 1,6 ລ້ານກວ່າຄົນ,​ ຖັດລົງມາແມ່ນປະເທດ ຟີລິບປິນ, ມາເລເຊຍ, ມຽນມ້າ ຕາມລຳດັບ;
• ປະເທດອ້ອມຂ້າງ ສປປ ລາວເຮົາ:
– ໄທ: ມີລາຍງານການລະບາດພາຍໃນປະເທດຮອບໃໝ່ ໃນເດືອນເມສາ ເຊິ່ງປະຈຸບັນ ມີຜູ້ຕິດເຊື້ອທັງໝົດ 45,185 ຄົນ, ເສຍຊີວິດ 108 ຄົນ, ທຸກແຂວງໃນປະເທດ ມີລາຍງານຜູ້ຕິດເຊື້ອ. ສຳລັບ ມື້ວານນີ້ ມີຜູ້ຕິດເຊື້ອໃໝ່ 1,443 ຄົນ ແລະ ເສຍຊີວິດເພິ່ມ 04 ຄົນ;
– ກຳປູເຈຍ: ມີຜູ້ຕິດເຊື້ອທັງໝົດ 7,444 ຄົນ, ເສຍຊີວິດ 49 ຄົນ, ມີຜູ້ຕິດເຊື້ອ
ໃໝ່ 431 ຄົນ ແລະ​ ເສຍຊີວິດເພິ່ມ 04 ຄົນ
– ສປ ຈີນ: ຕິດເຊື້ອໃໝ່ 10 ຄົນ, ບໍ່ມີຜູ້ເສຍຊີວິດ;
-​ ສສ ຫວຽດນາມ: ມີກໍລະນີຕິດເຊື້ອໃໝ່ 09 ຄົນ, ບໍ່ມີຜູ້ເສຍຊີວີດ;
– ມ້ຽນມາ:​ ບໍ່ມີການລາຍງານຜູ້ຕິດເຊື້ອໃໝ່ ແລະ ຜູ້ເສຍຊີວິດ;
II. ການເຝົ້າລະວັງ COVID-19 ຢູ່ ສປປ ລາວ
1. ວຽກງານຈຸດຜ່ານແດນ ແລະ ດ່ານສາກົນ
ວັນທີ 20 ເມສາ ທົ່ວປະເທດມີຜູ້ເດີນທາງເຂົ້າມາ ທັງໝົດ 2,039 ຄົນ:
• ຈຸດຜ່ານດ່ານ ລາວ – ໄທ ທັງໝົດ 1,407 ຄົນ;
• ຈຸດຜ່ານດ່ານ ລາວ – ຈີນ ທັງໝົດ 32 ຄົນ;​
• ຈຸດຜ່ານດ່ານ ລາວ – ຫວຽດນາມ ທັງໝົດ 600 ຄົນ;
• ທຸກຄົນທີ່ເຂົ້າມາທາງຈຸດຜ່ານແດນ ໃນມື້ວານນີ້ ແມ່ນ
◦ ໄດ້ຜ່ານການວັດແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້
◦ ໄດ້ເກັບຕົວຢ່າງທຸກ​ໆຄົນມາກວດຫາເຊື້ອ COVID-19;
◦ ນຳສົ່ງໄປຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້.​
2. ການຕິດຕາມການຈຳກັດບໍລິເວນ
• ປະຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທັງໝົດ 47 ສູນ,​ ມີຜູ້ຈຳກັດບໍລິເວນທັງ
ໝົດ 3,387 ຄົນ, ທຸກຄົນແມ່ນ​ໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ COVID-19.
3. ການເກັບຕົວຢ່າງຊອກຫາເຊື້ອ COVID-19
• ໃນວັນທີ 20 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 656 ຄົນ;
• ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 28 ຄົນ, ໃນນັ້ນ ມີຜູ້ຕິດເຊ້ືອຈາກ ນະຄອນຫລວງວຽງຈັນ 26 ຄົນ ແລະ ແຂວງຈຳປາສັກ 2 ຄົນ.

ລາຍລະອຽດ ຂໍເຊີນ ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ລາຍງານ:
1. ຮ້ານນວດ 1111 ມີຜູ້ຕິດເຊື້ອ 03 ຄົນ, ເພດຍິງ: 2 ຄົນ;​
2. ຮ້ານ Diamond Karaoke ມີຜູ້ຕິດເຊື້ອ 02 ຄົນ, ເພດຍິງ: 0 ຄົນ;
3. ຮ້ານ Marina Night Club ມີຜູ້ຕິດເຊື້ອ 03 ຄົນ, ເພດຍິງ: 3 ຄົນ;
4. ຮ້ານອາຫານ Funny89 ແລະ ຮ້ານເຂົ້າປຽກໄກ່ຜູ້ໂອກ ມີຜູ້ຕິດເຊື້ອ 02 ຄົນ, ເພດຍິງ: 1 ຄົນ;
5. ຮ້ານ Bar and Karaoke 8118 ມີຜູ້ຕິດເຊື້ອ 01 ຄົນ, ເພດຍິງ: 0 ຄົນ;
6. ກິນເຫຼົ້າຊຸມແຊວຢູ່ສະຖານທີຕ່າງໆ (ອູ່ລົດໂພນຕ້ອງ,​ ຊຸມແຊວບ້ານໂພນທັນ, ບ້ານໜອງທາໃຕ້, ບ້ານສີໄຄ, ບ້ານໜອງພະຍາ ແລະ ບ້ານສະພານທອງໃຕ້) ມີຜູ້ຕິດເຊື້ອ 15 ຄົນ.
• ຜູ້ຕິດເຊ້ືອຈາກ ແຂວງຈຳປາສັກ ຈໍານວນ 02 ຄົນ ແມ່ນແຮງງານລາວທີ່ກັບມາຈາກປະເທດໄທ ຖືກຕາມລະບຽບຫຼັກການ ແລະ ໄດ້ເຂົ້າຈຳກັດບໍລິເວນ ຢູ່ສູນທີ່ຄະນະສະເພາະກິດແຂວງກຳນົດໄວ້ ກ່ອນຖືກເກັບຕົວຢ່າງກວດ.
• ປະຈຸບັນ ຜູ້ຕິດເຊື້ອທັງ 28 ຄົນ ໄດ້ເຂົ້ານອນແຍກປ່ຽວ,​ ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ ແລະ ໂຮງໝໍແຂວງຈຳປາສັກ.
• ສຳລັບກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນ,​ ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ແມ່ນຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.
• ເພື່ອຍົກລະດັບ ການເຝົ້າລະວັງ ແລະ ຄົ້ນຫາຜູ້ຕິດເຊື້ອໄດ້ໄວ, ພວກເຮົາໄດ້ຂະຫຍາຍຈຸດກວດວິເຄາະ ເພິ່ມອີກ 4 ຈຸດ ໃນນະຄອນຫຼວງວຽງຈັນ ຄື:
– ເດີ່ນກິລາໃນຮົ່ມບຶງຂະຫຍອງ, ເມືອງສີສັດຕະນາກ
– ສະໜາມກິລາເດີ່ນເຈົ້າອານຸວົງ, ເມືອງຈັນທະບູລີ
– ມສ ໂຮຈີມີນ, ເມືອງສີໂຄດຕະບອງ
– ມສ ລາວຫວຽດ, ເມືອງໄຊເສດຖາ
• ສັງລວມການເກັບຕົວຢ່າງກວດວິເຄາະ ນັບແຕ່ເດືອນມັງກອນ 2020 ຮອດປະຈຸບັນ ມີທັງໝົດ 149,401 ຕົວຢ່າງ, ໃນນັ້ນ ກວດພົບເຊື້ອສະສົມ 60 ຄົນ.
3. ການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ
• ປະຈຸບັນ, ຄົນເຈັບຕິດເຊື້ອໂຄວິດ-19 ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ແຂວງກຳນົດໄວ້ ຈຳນວນ 39 ຄົນ (ໃໝ່ 28),​ ໃນນັ້ນ:
– ຢູ່ນະຄອນຫຼວງວຽງຈັນ 31 ຄົນ (ໂຮງໝໍມິດຕະພາບ)
– ແຂວງຈຳປາສັກ 3 ຄົນ
– ແຂວງສາລະວັນ 1​ ຄົນ
– ແຂວງສະຫວັນນະເຂດ 2 ຄົນ
– ແຂວງຄຳມ່ວນ 1 ຄົນ
– ແຂວງບໍລິຄຳໄຊ 1 ຄົນ (ສູນປິ່ນປົວຫຼັກ 6)
• ທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ຈິດໃຈສົມບຸນ ແລະ ແຂງແຮງດີ.
III. ຂໍ້ແນະນຳ
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ,
• ປັດຈຸບັນ ສປປ ລາວ ເກີດມີການລະບາດໃນຊຸມຊົນ ໂດຍສະເພາະໃນນະຄອນຫຼວງວຽງຈັນ ທີ່ກວດພົບຜູ້ຕິດເຊື້ອໃໝ່ ພາຍໃນມື້ດຽວເຖິງ 26 ກໍລະນີ ເຊິ່ງມີປະຫວັດສຳຜັດໃກ້ຊິດນຳກໍລະນີທີ 59, ເນື່ອງຈາກ ຜູ້ກ່ຽວໄດ້ໄປເຄື່່ອນໄຫວຢູ່ສັງຄົມຕາມປົກກະຕິ ທັ້ງໆທີ່ມີປະຫວັດພົວພັນກັບຜູ້ທີ່ລັກລອບເຂົ້າມາ ສປປ ລາວ ລວມທັງ ເດີນທາງສະຖານທີ່ຮ້ານບັນເທິງຕ່າງໆ ທີ່ມີຄົນເຂົ້າຮ່ວມເປັນຈຳນວນຫຼາຍ ເຮັດໃຫ້ການລະບາດແຜ່ລາມໄປໃນວົງກວ້າງ;
• ພວກເຮົາເຫັນໄດ້ວ່າ ການເຂົ້າມາ ສປປ ລາວ ບໍ່ຖືກຕາມລະບຽບຫຼັກການ ສົ່ງຜົນໃຫ້ເກີດມີຄວາມສ່ຽງ ແລະ ຜົນກະທົບທີ່ຕາມມາ. ດັ່ງນັ້ນ,​ ຕໍ່ກັບສະພາບການດັ່ງກ່າວ ໃນໂລກ ແລະ ປະເທດອ້ອມຂ້າງ ຍັງມີກໍລະນີໃໝ່ທຸກມື້, ພວກເຮົາທຸກຄົນ ຈົ່ງພ້ອມໃຈກັນປະຕິບັດມາດຕະການຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ ເພື່ອປ້ອງກັນໂຕເອງ, ຄົນອ້ອມຂ້າງ ແລະ ປະຊາຊົນລາວທຸກຄົນ ຈາກພະຍາດໂຄວິດ-19;
• ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງອົງການປົກຄອງທ້ອງຖິ່ນ, ທະຫານຊາຍແດນ, ເຈົ້າໜ້າທີ່ຕຳຫຼວດ ເອົາໃຈໃສ່ເຝົ້າລະວັງ, ກວດຂັນຕາມຈຸດຜ່ານແດນທ້ອງຖິ່ນ ແລະ ດ່ານຂ້າມລອຍ ຢ່າງເຄັ່ງຄັດ ແລະ ເຖິງຄອບຄົວຍາດຕິພີ່ນ້ອງ ຈົ່ງເປັນຫູເປັນຕາຊ່ວຍກັນ ຫາກຮູ້ວ່າມີຄົນໃນຄອບຄົວຂອງທ່ານ ເດີນທາງມາຈາກປະເທດໃກ້ຄຽງ ທີ່ກຳລັງມີການລະບາດຢູ່, ຈົ່ງຮີບຮ້ອນ ນຳຜູ້ກ່ຽວໄປແຈ້ງຕໍ່ເຈົ້າໜ້າທີ່ ເພື່ອສົ່ງຜູ້ກ່ຽວໄປສູນຈຳກັດບໍລິເວນ ແລະ ເກັບຕົວຢ່າງມາກວດຫາເຊື້ອໂດຍໄວ ເພື່ອສະກັດກັ້ນການແຜ່ເຊື້ອໃສ່ຄົນອ້ອມຂ້າງ ແລະ ໄປສູ່ສັງຄົມ;
• ສຳລັບຜູ້ທີ່ສຳຜັດໃກ້ຊິດ ຫຼື ມີປະຫວັດເດີນທາງໄປຍັງສະຖານທີ່ມີຄວາມສ່ຽງ ທີ່ ດຣ ພອນປະດິດ ສັງໄຊຍະລາດ ໄດ້ກ່າວມາຂ້າງເທິງນັ້ນ ໃຫ້ທ່ານຮີບຮ້ອນຕື່ນຕົວໄປກວດຕາມສະຖານທີ່ທີ່ໄດ້ກຳນົດໄວ້ ແລະ ແຍກຕົວເອງຈາກຄົນໃນຄອບຄົວຂອງທ່ານ ຈົນຄົບກຳນົດ 14 ວັນ.
ຜ່ານໄປນັ້ນ ແມ່ນການລາຍງານສະພາບພະຍາດ ໂຄວີດ-19 ແລະ ການເຝົ້າລະວັງພະຍາດດັ່ງກ່າວ ໃນ ສປປ ລາວ
ຕໍ່ໄປ ຂ້າພະເຈົ້າຂໍລາຍງານກ່ຽວກັບ ສະພາບຂອງພະຍາດໄຂ້ຍຸງລາຍຢູ່ໃນ ສປປ ລາວ;
• ໃນວັນທີ 20 ເມສາ 2021 ສປປ ລາວ ເຮົາ ມີລາຍງານຜູ້ຕິດເຊື້ອໄຂ້ຍຸງລາຍໃໝ່ 05 ກໍລະນີ ແລະ ບໍ່ມີຜູ້ເສຍຊີວິດ (ມີລາຍງານຈາກ ນະຄອນຫຼວງ ແລະ 11 ແຂວງ);
• ຕົວເລກໄຂ້ຍຸງລາຍນັບແຕ່ວັນທີ 26/12/2020 ເປັນຕົ້ນມາ ຮອດວັນທີ 20/04/2021 ມີຜູ້ຕິດເຊື້ອກໍລະນີສະສົມທັງໝົດ 216 ຄົນ (ອັນດັບໜຶ່ງ ແມ່ນອັດຕະປື, ຖັດລົງມາແມ່ນ ນະຄອນຫຼວງ, ຫຼວງພະບາງ) ແຕ່ຍັງບໍ່ມີຜູ້ເສຍຊີວິດ ຍ້ອນພະຍາດດັ່ງກ່າວ;
• ສຳລັບການປ້ອງກັນພະຍາດ ໄຂ້ຍຸງລາຍກໍເຊັ່ນດຽວກັນ ຂໍການຮ່ວມມືມາຍັງ ພໍ່ແມ່ປະຊາຊົນຂອງພວກເຮົາ ແລະ ການຈັດຕັ້ງທຸກພາກສ່ວນໃນສັງຄົມ ຈົ່ງໄດ້ເອົາໃຈໃສ່ ເວຽກງານ ສຸຂະສຶກສາໃຫ້ຄວາມຮູ້ ແລະ ຂໍ້ມູນຂ່າວສານທີ່ຖືກຕ້ອງ ກ່ຽວກັບການການຈຳກັດ ແລະ ຄວບຄຸມໜອນນໍ້າຍຸງລາຍ ຢ່າງເປັນປົກກະຕິ, ຖ້າພວກເຮົາ ສາມາດຄວບຄຸມໜອນນໍ້າຍຸງລາຍໄດ້ດີ ປະຊາຊົນບັນດາເຜົ່າກໍ່ຈະບໍ່ມີຄວາມສ່ຽງຕໍ່ການຕິດເຊື້ອໃໝ່ ແລະ ເສຍຊີວິດ ຍ້ອນພະຍາດໄຂ້ຍຸງລາຍ;​
• ເພື່ອໃຫ້ທ່ານສາມາດຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ເປັນທາງການຂໍໃຫ້ທ່ານ ຕິດ
ຕາມຂໍ້ມູນຂ່າວສານທີ່ເປັນທາງການໄດ້:
◦ ຈາກເວັບໄຊ້ຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ພະຍາດໂຄວິດ-19;​
◦ ເຟດບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະ
ນະສຸກ ;
◦ ແລະ ສາມາດໂທສອບຖາມ ສາຍດ່ວນ 165 ແລະ 166.

About Post Author