ຖະແຫຼງຂ່າວຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດ​ອັກ​ເສບ​ປອດ​ທີ່​ ເກີດ​ຈາກ​ເຊື້ອຈຸລະ​ໂລກ​ສາຍ​ພັນໃໝ່ COVID-19 ແລະ ພະຍາດໄຂ້ຍຸງລາຍ

ວັນທີ 22 ເມສາ ປີ 2021 ທ່ານ ຮສ. ດຣ. ພູທອນ ເມືອງປາກ ຫົວໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ຮອງລັດຖະມົນຕີ, ກະຊວງສາທາລະນະສຸກ ພ້ອມດ້ວຍ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ແລະ ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19, ຂໍອະນຸຍາດລາຍງານ:​
I. ສະພາບການລະບາດ​ຂອງ​ພະ​ຍາດ COVID-19 ຢູ່ ໃນໂລກ, ພາກພື້ນ ແລະ ບັນດາປະເທດໃກ້ຄຽງ
• ໃນທົ່ວໂລກມີການລາຍງານການລະບາດຂອງພະຍາດ COVID-19 ທັງໝົດ 219 (ປະເທດ/ເຂດ), ຜູ້ຕິດເຊື້ອສະສົມ 144,398,510 ຄົນ, ເສຍຊິວິດສະສົມ 3,070,160 ຄົນ ແລະ ປີ່ນປົວຫາຍດີ 122,861,769 ຄົນ;
• ປະເທດອາເມຣິກາ ຍັງເປັນອັນດັບໜຶ່ງ ຜູ້ຕິດເຊື້ອສະສົມຫຼາຍກວ່າ 32 ລ້ານກວ່າຄົນ ແລະເສຍຊີວິດສະສົມຫຼາຍກວ່າ 583,248 ຄົນ;
• ອັນດັບສອງ ແມ່ນປະເທດ ອິນເດຍ ມີຜູ້ຕິດເຊື້ອສະສົມ 15 ລ້ານກ່ວາຄົນ ແລະ ເສຍຊີວິດສະສົມ 184,672 ຄົນ;
• ສຳລັບບັນດາປະເທດອາຊຽນ, ປະເທດ ອິນໂດເນເຊຍ ມີຜູ້ຕິດເຊື້ອສູງ ອັນດັບ 1 ຂອງອາຊຽນ (ອັນດັບທີ 19 ຂອງໂລກ) ມີຜູ້ຕິດເຊື້ອສະສົມສູງກວ່າ 1,6 ລ້ານກວ່າຄົນ,​ ຖັດລົງມາແມ່ນປະເທດ ຟີລິບປິນ, ມາເລເຊຍ, ມຽນມ້າ ຕາມລຳດັບ;
• ປະເທດອ້ອມຂ້າງ ສປປ ລາວເຮົາ:
– ໄທ: ມີລາຍງານການລະບາດພາຍໃນປະເທດຮອບໃໝ່ ໃນເດືອນເມສາ ເຊິ່ງປະຈຸບັນ ມີຜູ້ຕິດເຊື້ອທັງໝົດ 46,643 ຄົນ, ເສຍຊີວິດ 110 ຄົນ, ທຸກແຂວງໃນປະເທດ ມີລາຍງານຜູ້ຕິດເຊື້ອ. ສຳລັບ ມື້ວານນີ້ ມີຜູ້ຕິດເຊື້ອໃໝ່ 1,458 ຄົນ ແລະ ເສຍຊີວິດເພິ່ມ 02 ຄົນ;
– ກຳປູເຈຍ: ມີຜູ້ຕິດເຊື້ອທັງໝົດ 7,747 ຄົນ, ເສຍຊີວິດ 54 ຄົນ, ມີຜູ້ຕິດເຊື້ອ
ໃໝ່ 303 ຄົນ ແລະ​ ເສຍຊີວິດເພິ່ມ 05 ຄົນ
– ສປ ຈີນ: ຕິດເຊື້ອໃໝ່ 21 ຄົນ, ບໍ່ມີຜູ້ເສຍຊີວິດ;
-​ ສສ ຫວຽດນາມ: ບໍ່ມີກໍລະນີຕິດເຊື້ອໃໝ່ ແລະ ບໍ່ມີຜູ້ເສຍຊີວີດ;
– ມ້ຽນມາ:​ ຜູ້ຕິດເຊື້ອໃໝ່ 17 ຄົນ ແລະ ບໍ່ມີຜູ້ເສຍຊີວິດເພິ່ມ;
II. ການເຝົ້າລະວັງ COVID-19 ຢູ່ ສປປ ລາວ
1. ວຽກງານຈຸດຜ່ານແດນ ແລະ ດ່ານສາກົນ
ວັນທີ 21 ເມສາ ທົ່ວປະເທດມີຜູ້ເດີນທາງເຂົ້າມາ ທັງໝົດ 2,849 ຄົນ:
• ຈຸດຜ່ານດ່ານ ລາວ – ໄທ ທັງໝົດ 1,604 ຄົນ;
• ຈຸດຜ່ານດ່ານ ລາວ – ຈີນ ທັງໝົດ 37 ຄົນ;​
• ຈຸດຜ່ານດ່ານ ລາວ – ຫວຽດນາມ ທັງໝົດ 897 ຄົນ;
• ຈຸດຜ່ານດ່ານສະໜາມບິນສາກົນວັັດໄຕ ທັງໝົດ 311​ ຄົນ;
• ທຸກຄົນທີ່ເຂົ້າມາທາງຈຸດຜ່ານແດນ ໃນມື້ວານນີ້ ແມ່ນ
◦ ໄດ້ຜ່ານການວັດແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້
◦ ໄດ້ເກັບຕົວຢ່າງທຸກ​ໆຄົນມາກວດຫາເຊື້ອ COVID-19;
◦ ນຳສົ່ງໄປຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້.​
2. ການຕິດຕາມການຈຳກັດບໍລິເວນ
• ປະຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທັງໝົດ 47 ສູນ,​ ມີຜູ້ຈຳກັດບໍລິເວນທັງ
ໝົດ 3,407 ຄົນ, ທຸກຄົນແມ່ນ​ໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ COVID-19.
3. ການເກັບຕົວຢ່າງຊອກຫາເຊື້ອ COVID-19
• ໃນວັນທີ 21 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 758 ຄົນ;
• ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 06 ຄົນ, ລາຍລະອຽດ ດັ່ງຕໍ່ໄປນີ້:
• ກໍລະນີຢັ້ງຢືນທີ 89:
– ເພດຍິງ, ອາຍຸ 24 ປີ, ສັນຊາດ: ລາວ, ອາຊີບ: ເຮັດວຽກຢູ່ຮ້ານອາຫານ ຢູ່ເຂດ
ປະທຸມທານີ, ປະເທດໄທ
– ທີ່ຢູ່ປະຈຸບັນ: ເມືອງອຸທຸມພອນ, ແຂວງສະຫວັນນະເຂດ
– ກ່ອນໜ້າເດີນທາງ ມາ ສປປ ລາວ ແມ່ນບໍ່ໄດ້ກວດຊອກຫາເຊື້ອພະຍາດໂຄວິດ-19
ປະຫວັດການເຄື່ອນໄຫວ
• ວັນທີ 19​ ເມສາ 2021​
– ອອກຈາກສະຖານີລົດໂດຍສານໝໍຊິດ ເວລາ 19:00 ໂມງ, ມີຜູ້ໂດຍສານຮ່ວມກັນທັງໝົດ 30 ຄົນ.
• ວັນທີ 20 ເມສາ 2021
– ເດີນທາງມາຮອດ ແຂວງມຸກດາຫານ ເວລາ 4:00 ໂມງເຊົ້າ
– ເວລາ 13:20 ໂມງ ມາຮອດຂົວມິດຕະພາບແຫ່ງທີ 2 ໄດ້ແຈ້ງເອກະສານເຂົ້າ ສປປ ລາວ. ຫຼັງຈາກນັ້ນຂື້ນລົດໄປສູນຈຳກັດບໍລິເວນ ທີ່ຄະນະສະເພາະກິດກຳນົດໄວ້ (ນັ່ງລົດມານຳກັນ 8 ຄົນ).
– ຜູ້ກ່ຽວແມ່ນບໍ່ມີອາການຫຍັງ
– ຖືກເກັບຕົວຢ່າງມາກວດຫາເຊື້ອພະຍາດໂຄວິດ-19
• ວັນທີ 21​ ເມສາ 2021
– ຜົນກວດວິເຄາະພົບເຊື້ອ COVID-19
– ປະຈຸບັນ ຜູ້ກ່ຽວເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍແຂວງສະຫວັນນະເຂດ.
• ສຳລັບກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນ ມີ 28 ຄົນ,​ ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ຜົນກວດ 25 ຄົນ ແມ່ນບໍ່ພົບເຊື້ອ, ທີ່ເຫຼືອຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.
• ກໍລະນີຢັ້ງຢຶນທີ 90:
– ເພດຊາຍ ,ອາຍຸ: 31 ປີ , ສັນຊາດ: ລາວ , ອາຊີບ: ພະນັກງານ
– ທີ່ຢູ່ປະຈຸບັນ: ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ
ປະຫວັດການເຄື່ອນໄຫວ
• ວັນທີ 13 ເມສາ 2021
ມີໝູ່ ຂີ່ຍົນຈາກສະໜາມບິນວັດໄຕ ໄປລົງຢູ່ສະໜາມບິນຫລວງນໍ້າທາ (ສາຍການບິນລາວ), ຫຼັງຈາກນັ້ນ ໄດ້ຂື້ນລົດຕູ້ໄປແຂວງບໍ່ແກ້ວ
• ວັນທີ 15 ເມສາ 2021
ໄດ້ພາໝູ່ ໄປຫລີ້ນເຮືອນໝູ່ ຢູ່ບ້ານຫ້ວຍມອນ ແລະ ຕອນແລງ ໄປຫລີ້ນທີ່ດອນບ້ານດ່ານຖີ່ນ
• ວັນທີ 18 ເມສາ 2021
ພາໝູ່ ໄປສູ່ຂວັນ ຢູ່ເຮືອນບ້ານວຽງໃໝ່ ເລີ້ມມີອາການປວດຕົນໂຕ ແລະ ຕອນຄໍ່າໄດ້ໄປຮ້ານນວດ ຢູ່ປ່າອ້ອຍ
• ວັນທີ 19 ເມສາ 2021
ໄປກິນເຂົ້າຢູ່ຮ້ານອາຫານໂປະແຕກ, ຕອນແລງ ໄປວຽກຢູ່ເມືອງຕົ້ນເຜີ້ງ ແລະ ໄປກິນສະເຕັກ ຢູ່ທີ່ຮ້ານກາງເມືອງ (ບໍ່ຈື່ຊື່ຮ້ານ)
• ວັນທີ 20 ເມສາ 2021
– ໄປກິນເຂົ້າຢູ່ຮ້ານອາຫານຈີນ, ບ້ານຫ້ວຍຊາຍໃຕ້
– ຕອນແລງ ໄປກິນຊີ້ນດາດ ແລະ ຮູ້ສຶກປວດກ້າມຊີ້ນຫລາຍຂື້ນ, ໜາວ ແລະ ໄອ
• ວັນທີ 21 ເມສາ 2021
– ອາການດີຂື້ນ
– ໄດ້ໄປເກັບຕົວຢ່າງ ຢູ່ຂົວມິດຕະພາບ ແຫ່ງທີ 4
– ໄປອອກກໍາລັງກາຍ ຢູ່ທີ່ເດີ່ນກິລາບ້ານມົກກະຈອກ
• ວັນທີ 22 ເມສາ 2021
– ຜົນກວດວິເຄາະພົບເຊື້ອ COVID-19
– ປະຈຸບັນ ຜູ້ກ່ຽວເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍແຂວງບໍ່ແກ້ວ.
• ສຳລັບກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນ ມີ 03 ຄົນ,​ ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.

• ກໍລະນີຢັ້ງຢຶນທີ 91:
– ເພດຊາຍ, ອາຍຸ: 28 ປີ , ສັນຊາດ: ລາວ
– ທີ່ຢູ່ປະຈຸບັນ: ບ້ານສະພານທອງເໜືອ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ
– ເປັນກໍລະນີສຳຜັດ ກັບກໍລະນີທີ 85
• ວັນທີ 19 ເມສາ 2021
ເວລາ 18:30 – 21:00 ໂມງແລງ ໄປຕີດອກປີກໄກ່ ຢູ່ເດີ່ນກີລາລ້ານຊ້າງ ແລະ ກິນອາຫານຮ່ວມກັບໝູ່ 10 ຄົນ, ໃນນັ້ນມີກໍລະນີທີ 85 ຮ່ວມຢູ່ນໍາ
• ວັນທີ 20 ເມສາ 2021
ເວລາ 10:00 ໂມງ ໄດ້ໄປຮ້ານເຝີກັບໝູ່ 1 ຄົນ ຢູ່ຮ້ານກົກຕ້ອງ, ບ້ານສະພັງໝໍ້
• ວັນທີ 21 ເມສາ 2021
ເວລາ 14:00 ໂມງ ຮູ້ວ່າ ກໍລະນີ 85 ກວດພົບເຊື້ອ COVID-19 ແລະ ໄດ້ໂທຫາໝູ່ທີ່ໄດ້ໄປກີນຊຸມແຊວນໍາກັນ ໃນວັທີ 21/4/2021 ໄປກວດນໍາທີມງານແພດ ຢູ່ເດີ່ນກິລາໃນຮົ່ມບຶງຂະຫຍອງ
• ວັນທີ 22 ເມສາ 2021
– ຜົນກວດວິເຄາະພົບເຊື້ອ COVID-19
– ປະຈຸບັນ ຜູ້ກ່ຽວເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ.
• ສຳລັບກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນ ມີ 14 ຄົນ,​ ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.

• ກໍລະນີຢັ້ງຢຶນທີ 92:
– ເພດຍິງ ,ອາຍຸ: 22 ປີ , ສັນຊາດ: ລາວ, ອາຊີບ: ຂາຍເຄື່ອງອອນລາຍ
– ທີ່ຢູ່ປະຈຸບັນ: ບ້ານໜອງໄຮ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ
– ກໍລະນີສຳຜັດ ກັບກໍລະນີທີ 59​
ປະຫວັດການເຄື່ອນໄຫວ
• ວັນທີ 15 ເມສາ 2021
– ໝູ່ຂອງລາວໄດ້ໄປກິນລ້ຽງປີໃໝ່ ກັບກໍລະນີ 59 ຢູ່ບ້ານໂພນທັນ
• ວັນທີ 16 ເມສາ 2021
– ໄປຫ້ອງພັກຂອງ ໝູ່ 2 ຄົນ ທີ່ເປັນນ້ອງຮັກຂອງກໍລະນີ 59 ຢູ່ຫ້ອງແຖວຢູ່ບ້ານວຽງຈະເລີນ, ມີທັງໝົດ 3 ຄົນ
• ວັນທີ 17 ເມສາ 2021
– ໄປກິນເຂົ້າກິນບ້ານອ້າຍໝູ່ (ໝູ່ຂອງກໍລະນີທີ 59) ຢູ່ທ່າເດື່ອ, ກິນນໍາກັນ 4 ຄົນ
• ວັນທີ 19 ເມສາ 2021
– ໄປບ້ານເກີນກັບໝູ່ ໂດຍຂີ່ລົດສ່ວນຕົວ ແລ້ວກິນເຂົ້າຢູ່ບ້ານພີ່ນ້ອງ
– ຂາກັບແວ່ກິນເຂົ້າຢູ້ຮ້ານອາຫານແຖວຫາດກ້ຽງ (ບໍ່ຈື່ຊື່ຮ້ານ)
• ວັນທີ 20 ເມສາ 2021
– ເລີ່ມມີອາການເຈັບຫົວ
– ໄດ້ເຂົ້າມາກວດຢູ່ຈຸດເກັບຕົວຢ່າງ ຢູ່ບຶງຂະຫຍອງ
• ວັນທີ 21 ເມສາ 2021
– ຜົນກວດວິເຄາະ ພົບເຊື້ອ COVID-19
– ປະຈຸບັນ ຜູ້ກ່ຽວເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ.
• ສຳລັບກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນ ມີ 06 ຄົນ,​ ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.

• ກໍລະນີຢັ້ງຢຶນທີ 93:
– ເພດຊາຍ, ອາຍຸ: 25 ປີ , ສັນຊາດ:​ ລາວ, ອາຊີບ: ປະຊາຊົນ
– ທີ່ຢູ່ປະຈຸບັນ: ບ້ານບຶງຂະຫຍອງ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ
– ກໍລະນີສຳຜັດກັບກໍລະນີທີ 58
ປະຫວັດການເຄື່ອນໄຫວ
• ວັນທີ 13 ເມສາ 2021
– ຜູ້ກ່ຽວ ແລະ ແຟນ ແມ່ນໄດ້ແຍກກັນໄປຫຼີ້ນ
– ຜູ້ກ່ຽວໄປເມືອງວັງວຽງ, ແຂວງວຽງຈັນ
– ສ່ວນແຟນຜູ້ກ່ຽວແມ່ນໄດ້ກັບບ້ານຫາດດອນຄູນ, ເມືອງບໍລິຄັນ, ແຂວງບໍລິຄຳໄຊ.
• ວັນທີ 13-16 ເມສາ 2021
– ຜູ້ກ່ຽວຢູ່ເມືອງວັງວຽງ (ລົດຕູ້ໂດຍສານ) ປະມານ 15 ຄົນ, ຊ່ວງທີ່ຫຼີ້ນຢູ່ເມືອງວັງວຽງ ໄດ້ໄປເຮືອນໝູ່ ຢູ່ບ້ານເມືອງສອງ 6-7 ຄົນ, ເລາະຫຼີ້ນນໍ້າຊ່ອງ ກັບໝູ່ ແລະ ຄອບຄົວ
• ວັນທີ 17 ເມສາ 2021
– ຜູ້ກ່ຽວໄດ້ກັບມານະຄອນຫຼວງວຽງຈັນ (ຂີ່ລົດນ້າສາວ ລົງຄີວເມສາຍເໜືອຕໍ່ລົດຕະຫຼາດເຊົ້າຫາບ້ານຂອງຕົນ)
• ວັນທີ 17-20 ເມສາ 2021
– ເວລາ 7:00 ໂມງເຊົ້າ ແຟນຜູ້ກ່ຽວເດີນທາງກັບມາແຕ່ ແຂວງບໍລິຄໍາໄຊ (ຂີ່ລົດເມໃຫ່ຍ ປະມານ 20-30 ຄົນ) ເມືອງເກົ່າ-ວຽງຈັນ.
– ເວລາ 11:00-19:00 ໂມງ ໄດ້ອອກໄປວຽກ ຢູ່ໄອເຕັກ ຟິດເນັດເວີ (ມີຄົນໃຊ້ບໍລີການປະມານ 15 ຄົນ)
– ເວລາ 19:30 ໂມງ ໄປຫ້ອງແຖວແຟນ ທີ່ກັບມາແຕ່ແຂວງບໍລິຄຳໄຊ ເຊົ່າຫ້ອງແຖວຢູ່ບ້ານທາດຫຼວງໃຕ້, ເມືອງໄຊເສດຖາ ແລະ ໄດ້ລົມໝູ່ ແລະ ກິນຕໍາ ໃນບໍລິເວນຫ້ອງແຖວປະມານ 08 ຄົນ
• ວັນທີ 21 ເມສາ 2021
ຮູ້ສືກເຈັບຄໍ, ເຈັບຫົວ ແລະ ເຈັບທ້ອງ (ແຟນໄດ້ແວ່ຮ້ານຂາຍຢາຢູ່ທາດຫຼວງ). ຜູ້ກ່ຽວ ແລະ ແຟນໄດ້ໄປເກັບຕົວຢ່າງຢູ່ຈຸດເດີນກິລາໃນຮົ່ມບຶງຂະຍອງ (ທີມງານໄດ້ເກັບແຕ່ຜູ້ກ່ຽວ ສ່ວນແຟນແມ່ນບໍ່ໄດ້ເກັບຕົວຢ່າງ)
• ວັນທີ 22 ເມສາ 2021
– ຜົນກວດອອກມາພົບເຊື້ອ COVID-19
– ປະຈຸບັນ ຜູ້ກ່ຽວເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ.
• ສຳລັບກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນ ມີ 14 ຄົນ,​ ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.

• ກໍລະນີຢັ້ງຢຶນທີ 94:
– ເພດຊາຍ, ອາຍຸ: 18 ປີ, ສັນຊາດ: ລາວ, ອາຊີບ: ຫວ່າງງານ
– ທີ່ຢູ່ປະຈຸບັນ: ບ້ານທາດຫຼວງ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ
ປະຫວັດການເຄື່ອນໄຫວ
• ວັນທີ 6-7 ເມສາ 2021
– ໄປກີນອາຫານຢູ່ບ້ານພີ່ນ້ອງ ບ້ານສີສະຫວາດ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ໄປນຳກັນທັງໝົດ 03 ຄົນ
• ວັນທີ 13 ເມສາ 2021
– ເວລາ 12:00 ໂມງ ໄປງານລ້ຽງວັນເກີດໝູ່ ທີ່ຈັດຢູ່ຮ້ານຄາຣາໂອເກະ Diamond, ຂີ່ລົດນຳກັນທັງໝົດ 05 ຄົນ ແລະ ໄດ້ກິນຢູ່ຮ້ານດັ່ງກ່າວນໍາກັນປະມານ 14 ຄົນ
• ວັນທີ 14 ເມສາ 2021
– ຂີ່ລົດຈັກໄປນຳກັນທັງໝົດ 02 ຄົນ ໄປເຮືອນໝູ່ຢູ່ບ້ານໜອງບົວທອງ, ເມືອງສີໂຄດຕະບອງ ແລະ ກິນຊຸມນຳກັນປະມານທັງໝົດ 15 ຄົນ
• ວັນທີ 16 ເມສາ 2021
– ໄປເຮືອນພີ່ນ້ອງຢູ່ບ້ານສີສະຫວາດ
• ວັນທີ 19 ເມສາ 2021
– ເວລາ 20:30 ໂມງ ໄປຮ້ານຄາຣາໂອເກະ 8118 ໄປນຳໝູ່ທັງໝົດ 6 ຄົນ ຂີ່ລົດໃຫ່ຍນຳກັນ ແລະ ໄດ້ກິນຊຸມຢູ່ຮ້ານດັ່ງກ່າວ ໃນຫ້ອງທັງໝົດປະມານ 20 ຄົນ
• ວັນທີ 21 ເດືອນເມສາ 2021
– ໄດ້ໄປກວດຕົວຢ່າງຢູ່ເດີ່ນກິລາໃນຮົ່ມບືງຂະຫຍອງ
• ວັນທີ 22 ເດືອນເມສາ 2021
– ຜົນກວດອອກມາພົບເຊື້ອ COVID-19
– ປະຈຸບັນ ຜູ້ກ່ຽວເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ.
• ສຳລັບກຸ່ມສໍາຜັດໃກ້ຊິດໃນເບື້ອງຕົ້ນ ມີ 60 ຄົນ,​ ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.

• ສັງລວມການເກັບຕົວຢ່າງກວດວິເຄາະ ນັບແຕ່ເດືອນມັງກອນ 2020 ຮອດປະຈຸບັນ ມີທັງໝົດ 150,159 ຕົວຢ່າງ, ໃນນັ້ນ ກວດພົບເຊື້ອສະສົມ 94 ຄົນ.
3. ການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ
• ປະຈຸບັນ, ຄົນເຈັບຕິດເຊື້ອໂຄວິດ-19 ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ແຂວງກຳນົດໄວ້ ຈຳນວນ 45 ຄົນ (ໃໝ່ 06),​ ໃນນັ້ນ:
– ຢູ່ນະຄອນຫຼວງວຽງຈັນ 35 ຄົນ (ໃໝ່ 4)
– ແຂວງຈຳປາສັກ 3 ຄົນ
– ແຂວງສາລະວັນ 1​ ຄົນ
– ແຂວງສະຫວັນນະເຂດ 3 ຄົນ (ໃໝ່ 1)
– ແຂວງຄຳມ່ວນ 1 ຄົນ
– ແຂວງບໍລິຄຳໄຊ 1 ຄົນ (ສູນປິ່ນປົວຫຼັກ 6)
– ແຂວງບໍ່ແກ້ວ 1 ຄົນ (ໃໝ່ 1)
• ທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ຈິດໃຈສົມບຸນ ແລະ ແຂງແຮງດີ.
III. ຂໍ້ແນະນຳ
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ,
• ຕໍ່ກັບສະພາບການດັ່ງກ່າວ ໃນໂລກ ແລະ ປະເທດອ້ອມຂ້າງ ຍັງມີກໍລະນີໃໝ່ທຸກມື້, ພວກເຮົາທຸກຄົນ ຈົ່ງພ້ອມໃຈກັນປະຕິບັດມາດຕະການຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ ເພື່ອປ້ອງກັນໂຕເອງ, ຄົນອ້ອມຂ້າງ ແລະ ປະຊາຊົນລາວທຸກຄົນ ຈາກພະຍາດໂຄວິດ-19;
• ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງອົງການປົກຄອງທ້ອງຖິ່ນ, ທະຫານຊາຍແດນ, ເຈົ້າໜ້າທີ່ຕຳຫຼວດ ເອົາໃຈໃສ່ເຝົ້າລະວັງ, ກວດຂັນຕາມຈຸດຜ່ານແດນທ້ອງຖິ່ນ ແລະ ດ່ານຂ້າມລອຍ ຢ່າງເຄັ່ງຄັດ ແລະ ເຖິງຄອບຄົວຍາດຕິພີ່ນ້ອງ ຈົ່ງເປັນຫູເປັນຕາຊ່ວຍກັນ ຫາກຮູ້ວ່າມີຄົນໃນຄອບຄົວຂອງທ່ານ ເດີນທາງມາຈາກປະເທດໃກ້ຄຽງ ທີ່ກຳລັງມີການລະບາດຢູ່, ຈົ່ງຮີບຮ້ອນ ນຳຜູ້ກ່ຽວໄປແຈ້ງຕໍ່ເຈົ້າໜ້າທີ່ ເພື່ອສົ່ງຜູ້ກ່ຽວໄປສູນຈຳກັດບໍລິເວນ ແລະ ເກັບຕົວຢ່າງມາກວດຫາເຊື້ອໂດຍໄວ ເພື່ອສະກັດກັ້ນການແຜ່ເຊື້ອໃສ່ຄົນອ້ອມຂ້າງ ແລະ ໄປສູ່ສັງຄົມ;
• ສຳລັບຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອ ຫຼື ມີປະຫວັດເດີນທາງໄປຍັງສະຖານທີ່ມີຄວາມສ່ຽງ ຂໍໃຫ້ທ່ານຮີບຮ້ອນຕື່ນຕົວໄປກວດຕາມສະຖານທີ່ທີ່ໄດ້ກຳນົດໄວ້, ແຍກຕົວເອງຈາກຄົນໃນຄອບຄົວຂອງທ່ານ ແລະ ຄົນອ້ອມຂ້າງ ຈົນຄົບກຳນົດ 14 ວັນ.
ຜ່ານໄປນັ້ນ ແມ່ນການລາຍງານສະພາບພະຍາດ ໂຄວີດ-19 ແລະ ການເຝົ້າລະວັງພະຍາດດັ່ງກ່າວ ໃນ ສປປ ລາວ
ຕໍ່ໄປ ຂ້າພະເຈົ້າຂໍລາຍງານກ່ຽວກັບ ສະພາບຂອງພະຍາດໄຂ້ຍຸງລາຍຢູ່ໃນ ສປປ ລາວ;
• ໃນວັນທີ 21 ເມສາ 2021 ສປປ ລາວ ເຮົາ ມີລາຍງານຜູ້ຕິດເຊື້ອໄຂ້ຍຸງລາຍໃໝ່ 04 ກໍລະນີ ແລະ ບໍ່ມີຜູ້ເສຍຊີວິດ (ມີລາຍງານຈາກ ນະຄອນຫຼວງ ແລະ 13 ແຂວງ);
• ຕົວເລກໄຂ້ຍຸງລາຍນັບແຕ່ວັນທີ 26/12/2020 ເປັນຕົ້ນມາ ຮອດວັນທີ 21/04/2021 ມີຜູ້ຕິດເຊື້ອກໍລະນີສະສົມທັງໝົດ 250 ຄົນ (ອັນດັບໜຶ່ງ ແມ່ນອັດຕະປື, ຖັດລົງມາແມ່ນ ນະຄອນຫຼວງ, ຫຼວງພະບາງ) ແຕ່ຍັງບໍ່ມີຜູ້ເສຍຊີວິດ ຍ້ອນພະຍາດດັ່ງກ່າວ;
• ສຳລັບການປ້ອງກັນພະຍາດ ໄຂ້ຍຸງລາຍກໍເຊັ່ນດຽວກັນ ຂໍການຮ່ວມມືມາຍັງ ພໍ່ແມ່ປະຊາຊົນຂອງພວກເຮົາ ແລະ ການຈັດຕັ້ງທຸກພາກສ່ວນໃນສັງຄົມ ຈົ່ງໄດ້ເອົາໃຈໃສ່ ເວຽກງານ ສຸຂະສຶກສາໃຫ້ຄວາມຮູ້ ແລະ ຂໍ້ມູນຂ່າວສານທີ່ຖືກຕ້ອງ ກ່ຽວກັບການການຈຳກັດ ແລະ ຄວບຄຸມໜອນນໍ້າຍຸງລາຍ ຢ່າງເປັນປົກກະຕິ, ຖ້າພວກເຮົາ ສາມາດຄວບຄຸມໜອນນໍ້າຍຸງລາຍໄດ້ດີ ປະຊາຊົນບັນດາເຜົ່າກໍ່ຈະບໍ່ມີຄວາມສ່ຽງຕໍ່ການຕິດເຊື້ອໃໝ່ ແລະ ເສຍຊີວິດ ຍ້ອນພະຍາດໄຂ້ຍຸງລາຍ;​
• ເພື່ອໃຫ້ທ່ານສາມາດຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ເປັນທາງການຂໍໃຫ້ທ່ານ ຕິດ
ຕາມຂໍ້ມູນຂ່າວສານທີ່ເປັນທາງການໄດ້:
◦ ຈາກເວັບໄຊ້ຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ພະຍາດໂຄວິດ-19;​
◦ ເຟດບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະ
ນະສຸກ ;
◦ ແລະ ສາມາດໂທສອບຖາມ ສາຍດ່ວນ 165 ແລະ 166.

About Post Author