ບົດຖະແຫຼງຂ່າວ ຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດ COVID-19 ວັນທີ 29 ເມສາ ປີ 2021
ວັນທີ 29 ເມສາ ປີ 2021 ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ພ້ອມດ້ວຍ ແລະ ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19, ຂໍອະນຸຍາດລາຍງານ:
• ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ແລະ ທົ່ວໂລກ
ສຳລັບ ສປປ ລາວ ໃນວັນທີ 28 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 2,817 ຄົນ ຜົນກວດວິເຄາະ ແມ່ນພົບຜູ້ຕິດເຊື້ອໃໝ່ 68 ຄົນ, ໃນນັ້ນມີ
◦ ນະຄອນຫຼວງ 34 ຄົນ,
◦ ຈຳປາສັກ 11 ຄົນ,
◦ ບໍ່ແກ້ວ 10 ຄົນ
◦ ແຂວງຫຼວງພະບາງ 8 ຄົນ,
◦ ຫຼວງນ້ຳທາ 2 ຄົນ,
◦ ວຽງຈັນ 1 ຄົນ,
◦ ອຸດົມໄຊ 1 ຄົນ
◦ ຜົ້ງສາລີ 1 ຄົນ.
ມາຮອດປະຈຸບັນ ສປປ ລາວ ມີ ຕົວເລກຜູ້ຕິດເຊື້ອສະສົມທັງໝົດ 672 ຄົນ, ບໍ່ມີຜູ້ເສຍຊີວີດ, ປິ່ນປົວຫາຍດີ 50 ຄົນ,
◦ ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວຢູ່ສະຖານທີ່ທີ່ຄະນະສະເພາະກິດກຳນົດໄວ້ ຈຳນວນ 622 ຄົນ, ລາຍລະອຽດດັ່ງນີ້:
– ຢູ່ນະຄອນຫຼວງວຽງຈັນ 439 ຄົນ (ໃໝ່ 34)
– ແຂວງຈຳປາສັກ 92 ຄົນ (ໃໝ່ 11), ສຳລັບຄົນເຈັບແຂວງເຊກອງ ແມ່ນ
ນອນປິ່ນປົວຢູ່ແຂວງຈຳປາສັກ
– ແຂວງສະຫວັນນະເຂດ 22 ຄົນ
– ແຂວງບໍ່ແກ້ວ 24 ຄົນ (ໃໝ່ 10)
– ແຂວງສາລະວັນ 6 ຄົນ
– ແຂວງອຸດົມໄຊ 3 ຄົນ (ໃໝ່ 1)
– ແຂວງຫຼວງນ້ຳທາ 6 ຄົນ (ໃໝ່ 2)
– ແຂວງວຽງຈັນ 8 ຄົນ (ໃໝ່ 1) (ຄົນເຈັບຂອງແຂວງວຽງຈັນ1 ຄົນມາປີ່ນ
ປົວໃນ ນະຄອນຫຼວງວຽງຈັນ
– ແຂວງຜົ້ງສາລີ 3 ຄົນ (ໃໝ່ 1)
– ແຂວງຫຼວງພະບາງ 14 ຄົນ (ໃໝ່ 8)
– ແຂວງໄຊຍະບູລີ 1 ຄົນ
– ແຂວງບໍລິຄຳໄຊ 2 ຄົນ
– ແຂວງຄຳມ່ວນ 1 ຄົນ
– ແຂວງຊຽງຂວາງ 1 ຄົນ
ຄົນເຈັບທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ແລະ ສຸຂະພາບຈິດ ສົມບຸນ ປົກກະຕິ ແລະ ທຸກຄົນແຂງແຮງດີ
• ສະພາບການລະບາດຂອງພະຍາດ COVID-19 ຢູ່ ໃນໂລກ, ຮອດປະຈຸບັນທົ່ວໂລກມີການລາຍງານການຕົວເລກຜູ້ຕິດເຊື້ອສະສົມທັງໝົດ 150,196,058 ຄົນ, ເສຍຊິວິດສະສົມ 3,162,939 ຄົນ ແລະ ປີ່ນປົວຫາຍດີ 128,254,698 ຄົນ;
• ປະເທດອາເມຣິກາ ຍັງເປັນອັນດັບໜຶ່ງ ຜູ້ຕິດເຊື້ອສະສົມເກືອບ 33 ລ້ານກວ່າຄົນ ແລະເສຍຊີວິດສະສົມຫຼາຍກວ່າ 588,240 ຄົນ;
• ອັນດັບສອງ ແມ່ນປະເທດ ອິນເດຍ ມີຜູ້ຕິດເຊື້ອສະສົມ ເກືອບ 18 ລ້ານກ່ວາຄົນ ແລະ ເສຍຊີວິດສະສົມ 204,812 ຄົນ;
1. ສະພາບການເດີນທາງເຂົ້າ ສປປ ລາວ
ວັນທີ 27 ເມສາ ທົ່ວປະເທດມີຜູ້ເດີນທາງເຂົ້າມາ ທັງໝົດ 2,938 ຄົນ:
• ຈຸດຜ່ານດ່ານ ລາວ – ໄທ ທັງໝົດ 1,542 ຄົນ;
• ຈຸດຜ່ານດ່ານ ລາວ – ຈີນ ທັງໝົດ 26 ຄົນ;
• ຈຸດຜ່ານດ່ານ ລາວ – ຫວຽດນາມ ທັງໝົດ 1,029 ຄົນ;
• ຜ່ານດ່ານສະໜາມບີນວັດໄຕສາກົນ 341 ຄົນ (ຄົນຈີນ 283 ຄົນ ແລະ ອາເມລິກາ 58 ຄົນ)
• ທຸກຄົນທີ່ເຂົ້າມາທາງຈຸດຜ່ານແດນ ໃນມື້ວານນີ້ ແມ່ນ
◦ ໄດ້ຜ່ານການວັດແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້
◦ ໄດ້ເກັບຕົວຢ່າງທຸກໆຄົນມາກວດຫາເຊື້ອ COVID-19;
◦ ນຳສົ່ງໄປຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້
2. ສະພາບຂອງສູນຈຳກັດບໍລິເວນ
ປະຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ ທັງໝົດ 50 ສູນ, ມີຜູ້ຈຳກັດບໍລິເວນທັງໝົດ 3,844 ຄົນ, ທຸກຄົນແມ່ນໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ COVID-19.
• ສຳລັບລາຍລະອຽດ ຂອງຜູ້ຕິດເຊື້ອໃໝ່ 68 ຄົນ (ກໍລະນີຢັ້ງຢືນທີ 605-672)
• ສຳລັບຄົນເຈັບກໍລະນີໃໝ່ທີ່ພົບໃນ ແຂວງຫຼວງພະບາງ 8 ຄົນແມ່ນມີປະຫວັດສຳຜັດກັບ ກໍລະນີທີ່ 108 ແລະ 111 ທີ່ເດີນທາງໄປທ່ຽວຈາກນະຄອນຫຼວງວຽງຈັນ
• ສຳລັບຜູ້ຕິດເຊື້ອໃໝ່ຢູ່ແຂວງຈຳປາສັກ, ບໍ່ແກ້ວ, ຫຼວງນ້ຳທາ, ຜົ້ງສາລີ, ອຸດົມໄຊ ແລະ ວຽງຈັນ ແມ່ນລ້ວນແລ້ວແຕ່ມີປະຫວັດສຳຜັດກັບກໍລະນີຕິດເຊື້ອທີ່ເກົ່າຄືກັນ
• ສ່ວນ 34 ຄົນທີ່ຕິດເຊື້ອໃໝ່ຢູ່ນະຄອນຫຼວງວຽງຈັນ ກໍ່ລ້ວນແລ້ວແຕ່ເປັນຜູ້ທີ່ສຳຜັດໃກ້ຊິດກັບຜູ້ຕິດເຊື້ອທີ່ກ່ຽວພັນກັບກໍລະນີທີ່ 59 ເຊັ່ນກັນ
• ສຳລັບສະຖານທີ່ທີ່ບັນດາຜູ້ຕິດເຊື້ອໄດ້ເດີນທາງໄປລ້ວນແລ້ວແຕ່ແມ່ນບ່ອນດຽວກັບຜູ້ຕິດເຊື້ອເກົ່າ ແລະ ອີກບ່ອນໃໝ່ທີ່ຢາກແຈ້ງໃຫ້ບັນດາທ່ານຊາບແມ່ນສຳລັບຜູ້ທີ່ຂີ່ຍົນເດີນທາງໃນຖ້ຽວບີນສາຍການບີນພາຍໃນທີ່ເດີນທາງຈາກນະຄອນຫຼວງວຽງຈັນ – ຫຼວງພະບາງ ວັນທີ່ 17 ເມສາ 2021 ເວລາ 15:25 ແລະ ຖ້ຽວບີນ ຫຼວງພະບາງ -ນະຄອນຫຼວງວຽງຈັນ ວັນທີ່ 19 ເມສາ 2021 ຖ້ຽວ 17:20 ແມ່ນໃຫ້ບຸກຄົນດັ່ງກ່າວຈົ່ງຮີບຮ້ອນໄປເກັບຕົວຢ່າງຊອກຫາເຊື້ອຕາມສະຖານທີ່ກຳນົດໄວ້
III. ຂໍ້ແນະນຳ
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ,
• ໃນສະພາບປະຈຸບັນເຫັນວ່າ ສປປ ລາວເຮົາ ຍັງມີທ່າອ່ຽງຈະມີການຕິດເຊື້ອໃໝ່ເພີ້ມຂຶ້ນ ຢ່າງຕໍ່ເນື່ອງໃນແຕ່ລະມື ທັງຢູ່ນະຄອນຫຼວງ ແລະ ບັນດາແຂວງ ໃນທົ່ວປະເທດ ນັບແຕ່ຕົ້ນເດືອນເມສາ 2021 ມາຮອດມື້ນີ້ ເຫັນວ່າມີຜູ້ຕິດເຊື້ອໃໝ່ເຖີງ 623 ຄົນ ເຊີ່ີງຖືວ່າເປັນໂຕເລກຕິດເຊື້ອສູງໃນປະເທດເຮົາ ຖ້າທຽບໃສ່ປີ 2020 ; ແລະ ບາງປະເທດໃກ້ຄຽງທີ່ມີຊາຍແດນຕິດກັບປະເທດເຮົາກໍ່ຍັງມີສະພາບການລະບາດໃນຊູມຊົນ ແລະ ມີລາຍງານຜູ້ຕິດເຊື້ອໃໝ່ເພີ່ມຂື້ນແຕ່ລະວັນ ສົມທົບກັບ ແຕ່ລັະວັນຍັງມີ ຜູ້ເດີນທາງເຂົ້າມາສປປລາວຈາກປະເທດທີ່ມີການລະບາດຂອງພະຍາດ ເຮັດໃຫ້ ສປປລາວ ມີທ່າອ່ຽງຈະມີການຕິດເຊື້ອໃໝ່ເພີ້ມຂຶ້ນ ຢ່າງຕໍ່ເນື່ອງໃນແຕ່ລະມື
• ຕໍ່ກັບສະພາບດັ່ງກ່າວ ຂ້າພະເຈົ້າຈຶ່ງຂໍຮຽກຮ້ອງມາຍັງ ອຳນາດການປົກຄອງທຸກຂັ້ນໃຫ້ຕິດຕາມເອົາໃຈໃສ່ ກວດກາການຈັດຕັ້ງປະຕິບັດຂອງແຈ້ງການດັ່ງກ່າວໂດຍສະເພາະການເຄື່ອນ ໄຫວໄປມາຂອງປະຊາຊົນທີ່ຫ້າມອອກຈາກເຮືອນ ແລະ ຫ້າມການເດີນທາງຖ້າບໍ່ມີຄວາມຈຳເປັນ, ໃຫ້ຕິດຕາມກວດກາຜູ້ທີ່ກັບມາຈາກປະເທດທີ່ມີການລະບາດຂອງພະຍາດ COVID-19, ຖ້າມີການພົບເຫັນການເຂົ້າມາ ແບບຜິດກົດໝາຍ ກໍໃຫ້ຮີບຮ້ອນແຈ້ງຄະນະສະເພາະກິດຂັ້ນຂອງຕົນທັນທີ ເພື່ອນຳເອົາຜູ້ກ່ຽວໄປກວດຫາເຊື້ອພະຍາດ ແລະ ຈຳກັດບໍລິເວນ ຕາມລະບຽບການ,
• ບັນຫາສຳຄັນອີກອັນໜື່ງໃນປະຈຸບັນ ກໍ່ຄືຜູ້ທີ່ໄດ້ສຳຜັດກັບກໍລະນີຕິດເຊື້ອ ແມ່ນຕ້ອງໄດ້ໄປກວດຫາເຊື້ອພະຍາດ COVID-19 ຕາມຈຸດບໍລິການກວດທີ່ ທາງຄະນະສະ ເພາະກິດກຳນົດໄວ້ ໂດຍໃຫ້ໃສ່ຜ້າປິດປາກ-ດັງ, ຮັກສາໄລຍະຫ່າງກັບຄົນອື່ນ ແລະ ພາຍຫຼັງເກັບຕົວຢ່າງແລ້ວ ແມ່ນໃຫ້ກັບທີ່ພັກຂອງຕົນເອງທັນທີ ພ້ອມທັງ ແຍກໂຕເອງອອກຈາກຄົນໃກ້ຊິດ ແລະ ຄົນ ໃນຄອບຄົວ ແລະ ຈຳກັດບໍລິເວນ ຢູ່ສະຖານທີ່ພັກເຊົາຂອງຕົນເອງເທົ່ານັ້ນ ( ເຮືອນ, ໂຮງແຮມ, ຫໍພັກ, ສະຖານທີ່ທີ່ຈັດກຽມໄວ້ ) ເປັນເວລາ 14 ວັນ ໂດຍໃຫ້ຕິດຕາມວັດແທກອຸນຫະພູມຮ່າງກາຍທຸກມື້ ແລະ ໂດຍປະຕິບັດຮັກສາໄລຍະຫ່າງກັບບຸກຄົນອື່ນຕາມມາດຕະການທີ່ຄະນະສະເພາະກິດ ວາງອອກ
• ແລະໃນລະຫ່ວາງລໍຖ້າຜົນກວດ ໃຫ້ຈຳກັດບໍລິເວນຢູ່ແຕ່ສະຖານທີ່ພັກເຊົາຂອງຕົນເອງເທົ່ານັ້ນ ຫ້າມເດັດຂາດບໍ່ໃຫ້ເດີນທາງອອກໄປຂ້າງນອກ, ບໍ່ໃຫ້ໃກ້ຊິດກັບຄົນອື່ນ, ສຳລັບຜູ້ສົ່ງອາຫານ, ນ້ຳດື່ມແມ່ນໃຫ້ສົ່ງຢູ່ໜ້າຫ້ອງ ແລະ ອອກໄປທັນທີພາຍຫຼັງສົ່ງອາຫານ;
◦ ຖ້າຜົນກວດຂອງທ່ານພົບເຊື້ອ (+) ແມ່ນຈະມີພະນັກງານແພດໂທແຈ້ງຜົນກວດທ່ານພາຍໃນ 2-3 ວັນພາຍຫຼັງເກັບຕົວຢ່າງ ແລະ ຈະມີລົດແພດໄປຮັບທ່ານຢູ່ສະຖານທີ່ພັກເພື່ອໄປປີ່ນປົວຢູ່ຕາມໂຮງໝໍທີ່ໄດ້ກຳນົດໄວ້;
◦ ຖ້າບໍ່ມີການໂທແຈ້ງຜົນກວດກໍ່ໃຫ້ທ່ານສືບຕໍ່ຈຳກັດບໍລິເວນຕົນເອງຢູ່ສະຖານ ທີ່ພັກເຊົາຈົນກ່ວາຈະຄົບ 14 ວັນ ຂໍໃຫ້ທ່ານ ໂດຍປະຕີບັດຕາມມາດຕະການຈຳກັດບໍລິເວນທີ່ຄະນະສະເພາະກິດວາງອອກ ຢ່າງຖືກຕ້ອງ ແລະ ເຂັ້ມງວດ, ພາຍຫຼັງຄົບກຳນົດການຈຳກັດບໍລິເວນແລ້ວຖ້າບໍ່ມີອາການຜິດປົກກະຕິຫຍັງ ຈຶ່ງ ສາມາດອອກໄປເຄື່ອນໄຫວດຳເນີນຊິວິດປະຈຳວັນຕາມປົກກະຕິ;
• ຄຽງຄູ່ກັບການປະຕີບັດມາດຕະການຢ່າງເຂັ້ມງວດແລ້ວ ກໍຂໍໃຫ້ພໍ່ແມ່ປະຊາຊົນ ແລະ ທຸກ ພາກສ່ວນ ທີ່ນອນໃນກຸ່ມເປົ້າໝາຍຕ້ອງໄດ້ສັກວັກຊີນ COVID-19 ຈົ່ງພ້ອມໃຈກັນໄປຮັບການສັກຢາວັກຊີນຕາມສະຖານທີ່ບໍລິການທີ່ໄດ້ກຳນົດໄວ້ ເພື່ອປ້ອງກັນຕົວທ່ານເອງ, ຄອບຄົວຂອງທ່ານ ແລະ ປະຊາຊົນລາວເຮົາທຸກຄົນ ຈາກພະຍາດໂຄວິດ-1
• ອີກອັນໜື່ງ ຫຼາຍທ່ານໂທມາຖາມກ່ຽວກັບລາຍຊື່ ທີ່ມີສົ່ງຕໍ່ກັນເປັນຈຳນວນຫຼາຍ ຂໍຊີ້ແຈງຕື່ມວ່າ ລາຍຊື່ນັ້ນ ແມ່ນລາຍຊື່ ຂອງຜູ້ສຳຜັດໃກ້ຊິດ ກັບຜູ້ຕິດເຊື້້ອ ແລະ ຢູ່ໃນໄລຍະຈຳກັນບໍລິເວນຕົນເອງຢູ່ເຮືອນ ເຊິ່ງທາງອຳນາດການປົກຄອງຂັ້ນບ້ານ ແລະ ເມືອງ ສົມທົບກັບຂະແໜງສາທາ ຈະເປັນຜູ້ຕິດຕາມ ບໍ່ວ່າຈະເປັນອາການ ຫຼື ການເຄື່ອນໄຫວ ຂອງພວກກ່ຽວໃນໄລຍະ 14ວັນ.
◦ ຂໍເນັ້ນວ່າ ບໍ່ແມ່ນລາຍຊື່ຜູ້ຕິດເຊື້ອ ແລະ ຫາກໄລຍະຈຳກັດບໍລິເວນ ທີ່ມີອາການໃດໜຶ່ງເຊັ່ນ: ໄຂ້, ໄອ, ບໍ່ສູນເສຍການຮັບກິ່ນ ຫຼື ລີ້ນບໍ່ໄດ້ຮັບລົດຊາດ ໃຫ້ທ່ານກັບມາກວດຢູ່ໂຮງໝໍຄືນ.
◦ ຂໍຄວາມຮ່ວມມືນຳບັນດາທ່ານທຸກຄົນ ໃນການສົ່ງຂໍ້ມູນ ທີ່ບໍ່ເປັນຄວາມຈິງ ຫຼື ຂໍ້ມູນສ່ວນຕົວ ຂອງບຸກຄົນ ເຊິ່ງເປັນການລະເມີດສິດທິສ່ວນຕົວຂອງເຂົາເຈົ້າ ພ້ອມທັງສ້າງຄວາສັບສົນ ໃນສັງຄົມ
◦ ຫາກກວດພົບເຊື້ອທາງທີມງານເຮົາຈະໂທແຈ້ງ ແລະ ເກັບກຳຂໍ້ມູນເພີ່ມເຕີມ ແລະ ແຈ້ງປະສານຫາທີມງານປິ່ນປົວ ເພື່ອຮັບທ່ານ ໄປປິ່ປົວຢູ່ສູນທີ່ກຳນົດໄວ້.
• ນັບແຕ່ມື້້ອື່ນ ວັນສຸກ ທີ 30 ເມສາ ນອກຈາກໂຮງໝໍພິດຕະພາບ ແລະໂຮງໝໍເຊດຖາທິລາດ ແລ້ວ ພວກເຮົາຈະຫຼຸດຈໍານວນຈຸດບໍລິການເກັບຕົວຢ່າງກວດໂຄວິດ-19 ແມ່ນ 3 ແຫ່ງ ຄືເກົ່າ:
◦ ມສ ສີໂຄດ
◦ ມສ ລາວ-ຫວຽດ
◦ ເດີ່ນກິລາເຈົ້າອະນຸ
ສຳລັບເວລາເກັບຕົວຢ່າງ ແມ່ນຍັງຄືເກົ່າ ຕອນເຊົ້າ ເວລາ 9-12 ໂມງ ທຸກໆວັນ.
• ທ້າຍສຸດນີ້ ຂ້າພະເຈົ້າເຊື່ອໜັນວ່າບົນພື້ນຖານຄວາມສາມັກຄີ ເປັນຈິດນຶ່ງໃຈດຽວຂອງປະຊາຊົນລາວທັງໝົດ ພວກເຮົາຈະພ້ອມໃຈກັນຕໍ່ສູ້ຕ້ານກັບພະຍາດ COVID-19 ແລະ ສາມາດ ຜ່ານວິກິດການສະພາບລະບາດຂອງພະຍາດໃນຄັ້ງນີ້ພ້ອມກັນ
• ເພື່ອໃຫ້ທ່ານສາມາດຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ເປັນທາງການຂໍໃຫ້ທ່ານຕິດ
ຕາມຂໍ້ມູນຂ່າວສານ ທີ່ເປັນທາງການໄດ້:
◦ ຈາກເວັບໄຊ້ຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ພະຍາດໂຄວິດ-19 covid19.gov.la
◦ ເຟດບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະ
ນະສຸກ
◦ ເວັບໄຊ້ຂອງກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກcdc.gov.la
◦ ແລະ ສາມາດໂທສອບຖາມ ສາຍດ່ວນ 166 ຫຼື 165 ສຳລັບສູນກາງ ແລະ ສາຍດ່ວນແຂວງ (ລະຫັດແຂວງ ຕາມດ້ວຍ 166 ຫຼື 165).
• ກ່ອນຂະຈົບການລາຍງານຂ່າວໃນມື້ນີ້ ຂ້າພະເຈົ້າຕາງໜ້າໃຫ້ທີມແພດໝໍ ຂໍສະແດງຄວາມຂອບໃຈ ແລະຮູ້ບຸນຄຸນມາຍັງພໍ່ແມ່ປະຊາຊົນ ແລະ ທຸກພາກສ່ວນ ໃນສັງຄົມທີ່ໄດ້ໃຫ້ສະໜັບສະໜູນ ເຄື່ອງບໍລິໂພກ ອຸບປະໂພກ ແລະອາຫານເຂົ້າກ່ອງ ໃຫ້ແກ່ທີມງານແພດໝໍທີ່ປະຕິບັດໜ້າທີ່ຢູ່ໃນແຕ່ລະຂັ້ນ