ບົດຖະແຫຼງຂ່າວຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດ​ອັກ​ເສບ​ປອດ​COVID-19 ປະຈຳວັນເສົາ, ວັນທີ 8ພຶດສະພາ ປີ 2021

ReportCOVID-19-2021-05-08 16:04:53

ປະຈຳວັນເສົາ, ວັນທີ 8ພຶດສະພາ ປີ 2021 ທ່ານໝໍ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ, ພ້ອມດ້ວຍ ທ່ານ ພຸດທະໄຊ ສີວິໄລ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຕາງໜ້າກອງເລຂາ ຄະນະສະ ເພາະ ກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19, ຂໍອະນຸຍາດລາຍງານສະພາບການການລະບາດຂອງພະຍາດ  COVID-19 ປະຈຳ ວັນທີ 08 ພຶດສະພາ ປີ 2021 ດັ່ງນີ້

  1. ສະພາບຕົວເລກການລາຍງານ ພະຍາດ COVID-19 ຢູ່ ທົ່ວໂລກ ແລະ ສປປ ລາວ  
  • ສະພາບການລະບາດຂອງພະຍາດ COVID-19 ຢູ່ ໃນໂລກ, ຮອດປະຈຸບັນ ທົ່ວໂລກມີການລາຍງານການຕົວເລກຜູ້ຕິດເຊື້ອສະສົມທັງໝົດ 157,504,411 ຄົນ, ເສຍຊິວິດສະສົມ 3,282,427 ຄົນ ແລະ ປີ່ນປົວຫາຍດີ 135,616,076 ຄົນ. ປະເທດທີ່ຍັງມີຜູ້ຕິດເຊື້ອ ແລະ ເສຍຊິວິດຫຼາຍກວ່າໝູ່ໃນໂລກ ກໍ່ຍັງ ແມ່ນ ສະຫະລັດອາເມລິກາ, ອິນເດຍ, ບຣາຊິວ ແລະ ຝຣັ່ງ ຕາມລໍາດັບ;
  1. ສຳລັບ ສປປ ລາວ ມາຮອດປະຈຸບັນ ມີ
  • ລາຍງານຜູ້ຕິດເຊື້ທັງໝົດ 1,233 ຄົນ (ໃໝ່ 28) 
  • ບໍ່ມີຜູ້ເສຍຊີວີດ,
  • ໃນຈຳນວນຜູ້ຕິເຊື້ອທັງໝົດ ແມ່ນໄດ້ຮັບການ ປິ່ນປົວຫາຍດີທັງໝົດ 150 ຄົນ (28)

( ມື້ວານນິ້ ວັນທີ່ 7 ພຶດສະພາ 2021 ຄົນເຈັບອອກໂຮງໝໍ 28 ຄົນມີ: ນະຄອນຫຼວງວຽງຈັນ 16 ຄົນ, ແຂວງວຽງຈັນ 3 ຄົນ, , ຄຳມ່ວນ 1,  ຈຳປາສັກ 3 ຄົນ ແລະ ສາລະວັນ 5 ຄົນ ,

  • ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ຄະນະສະເພາະກິດກຳນົດໄວ້ໃນ​ຕ່​ລະ​ແຂວງ ຈຳນວນ 1,083 ຄົນ :
  • ລາຍລະອຽດຂອງຜູ້ຕິດເຊື້ອໃໝ່ 28 ຄົນ (ກໍລະນີຢັ້ງຢືນທີ 1,206 – 1,233)
  • ສຳລັບຄົນເຈັບຕິດເຊື້ອໃໝ່ໃນ 28 ຄົນ ຢູ່ ນະຄອນຫຼວງວຽງຈັນ ແຂວງຈຳປາສັກ, ບໍ່ແກ້ວ, ສະຫວັນນະເຂດ, ອຸດົມໄຊ ແລະ ແຂວງວຽງຈັນ ມີ 23 ຄົນ ແມ່ນ ຕິດເຊືອໃນຊຸມຊົນທີ່ພົວພັນກັບຜູ້ຕິດເຊື້ອເກົ່າຜ່ານມາ ແລະ 05 ຄົນ ແມ່ນກໍລະນີ ນຳເຂົ້າຈາກຕ່າງປະເທດ (ແຂວງ ຈຳປາສັກ 3 ຄົນ ແລະ ສະຫວັນນະເຂດ 2 ຄົນ).
  • ພາຍຫຼັງ ພວກເຮົາກວດພົບຜູ້ຕິດເຊື້ອໃໝ່, ພວກເຮົາໄດ້ລົງສອບສວນ, ສອບຖາມປະຫວັດ, ຕິດຕາມຜູ້ສຳຜັດໃກ້ຊິດ ແລະ ປະຫວັດການເຄື່ອນໄຫວຂອງພວກກ່ຽວ, ພາຍຫຼັງໄດ້ຂໍ້ມູນລະອຽດ ຈະແຈ້ງທາມລາຍໃຫ້ບັນດາທ່ານຮັບຊາບຕື່ມ.
ລ/ດ ຊື່ແຂວງ ກໍລະນີສະສົມທັງໝົດນັບແຕ່ປີ 2020 ຮອດປັດຈຸບັນ ຄົນເຈັບຕິດເຊື້ອໃໝ່ວັນທີ່ 7/5/2021 ຄົນເຈັບອອກໂຮງໝໍທັງໝົດ7/5/2021 ໝາຍເຫດ
1 ນະຄອນຫຼວງວຽງຈັນ 703 8 117
2 ຈຳປາສັກ 179 3 6 ຄົນເຈັບແຂວງເຊກອງປີ່ນປົວຢູ່ແຂວງຈຳປາສັກ 01 ຄົນແຕ່ໄລ່ເປັນຄົນເຈັບແຂວງເຊກອງ
3 ຫຼວງພະບາງ 21 5
4 ສະຫັວນນະເຂດ 44 3 2
5 ບໍ່ແກ້ວ 223 12 0
6 ສາລະວັນ 12 6
7 ຫຼວງນ້ຳທາ 6 6
8 ວຽງຈັນ 19 1 4
9 ຜົ້ງສາລີ 5 0 ຄົນເຈັບແຂວງຜົ້ງສາລີ 1 ຄົນນອນປີ່ນປົວຢູ່ແຂວງອຸດົມໄຊ
10 ອຸດົມໄຊ 11 1 0
11 ໄຊຍະບູລີ 3 0
12 ໄຊສົມບູນ 1 1
13 ເຊກອງ 1 0
14 ບໍລິຄຳໄຊ 3 1
15 ຄຳມ່ວນ 1 1
16 ຫົວພັນ 0 0
17 ຊຽງຂວາງ 1 0
18 ອັດຕະປື 0 0
ລວມ 1,233 28 150
  1. ວຽກ​ງານວີ​ເຄາະ ກວດ​ຊອກ​ຫາ​ເຊື້ອ​ພະ​ຍາດ ໂຄວີດ 19
  • ໃນວັນທີ 07 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ 1,588, ຜົນກວດວິເຄາະ ແມ່ນພົບຜູ້ຕິດເຊື້ອໃໝ່ 28 ຄົນ, ລາຍລະອຽດຄື: ນະຄອນຫຼວງວຽງຈັນ 8, ສະຫວັນນະເຂດ 3, ຈຳປາສັກ 3, ບໍ່ແກ້ວ 12, ອຸດົມໄຊ 1 ແລະ ວຽງຈັນ1.
  1. ການຕິດຕາມ ຜູ້ເດີນທາງເຂົ້າມາ ສປປ ລາວ

ວັນທີ 7 ພຶດ​ສະ​ພາ  2021 ທົ່ວປະເທດມີຜູ້ເດີນທາງເຂົ້າມາ ທັງໝົດ 2,333 ຄົນ:

  • ຈຸດຜ່ານດ່ານ ລາວ ໄທ ທັງໝົດ 1,519 ຄົນ;
  • ຈຸດຜ່ານດ່ານ ລາວ-ຈີນ ທັງໝົດ 63 ຄົນ;
  • ຈຸດຜ່ານດ່ານ ລາວ-ຫວຽດນາມ ທັງໝົດ 751 ຄົນ;
  • ຈຸດຜ່ານດ່ານສະໜາມບິນສາກົນວັດໄຕ ທັງໝົດ 0 ຄົນ;
  • ທຸກຄົນທີ່ເຂົ້າມາທາງຈຸດຜ່ານແດນ ໃນມື້ວານນີ້ ແມ່ນ
    • ໄດ້ຜ່ານການວັດແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້
    • ໄດ້ເກັບຕົວຢ່າງທຸກ​ໆຄົນມາກວດຫາເຊື້ອ COVID-19;
    • ນຳສົ່ງໄປຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ
  1. ວຽກງານການຈຳກັດບໍລິເວນ ຢູ່ສູນຈຳກັດບໍລິເວນ

ປະຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ ທັງໝົດ 50 ສູນ,​ ມີຜູ້ຈຳກັດບໍລິເວນທັງໝົດ 3,129 ຄົນ, ທຸກຄົນແມ່ນ​ໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ COVID-19.

III. ຂໍ້ແນະນຳ

ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ,

  • ຕໍ່ກັບສະພາບ ການລະບາດຂອງພະຍາດໃນປະເທດເຮົາ ເລີ້ມແຕກາງເດືອນ ເມສາ 2021 ຄະ​ນະ​ສະ​ເພາະ​ກິດຂັ້ນ​ສູນ​ກາງ ແລະ ທ້ອງ​ຖິ່ນ​ກໍ​ໄດ້​ມີ​ການວາງ ມາດ​ຕະ​ການ​ ​ສະ​ກັດ​ກັ້ນ ແລະ​ ຄວບ​ຄຸມ​ການ​ລະ​ບາດ​ຂອງ​ພະ​ຍາດຢ່າງເຂັ້ມງວດ ຄືການປະຕີບັດມາດຕະການ 15/ນຍ ຮອດວັນທີ 20/ພຶດສະພາ/ 2021 ໂດຍການປະຕິບັດ
    • ປິດການເຂົ້າອອກ ເພື່ອສະກັດການແຜ່ເຊື້ອພະຍາດ ອອກເປັນວົງກ້ວາງ
    • ເພີ້ມຈຸດ ເກັບຕົວຢ່າງ ກວດຊອກເຊື້ອໂຄວິດ 19 ເພື່ອຄົ້ນຫາຜູ້ສຳພັດ ແລະ ກຸ່ມສ່ຽງໃຫ້ໄດ້ຫຼາຍຂຶ້ນ ສຳລັບນະຄອນຫຼວງວຽຈັນແມ່ນມີ ໂຮງໝໍເສດຖາທີລາດ ແລະ ໂຮງໝໍມີດຕະພາບ ມສ ສີໂຄດ ມສ ລາວຫວຽດ ສະໜາມ ກິລາເຈົ້າອານຸວົງ
    • ປະຕິບັດມາດຕະການ ປ້ອງກັນ ການຕິດເຊື້ອໃນສັງຄົມສົມທົບ ເລັ່ງການໃຫ້ຢາວັກຊີນປ້ອງກັນພະຍາດໂຄວິດ 19 ໂດຍຍການເພີ້ມຈຸດບໍລິການໃຫ້ຢາວັກຊີນແກ່ກຸ່ມເປົ້າໝາຍໃນທົ່ວປະເທດສຳລັບນະຄອນຫຼວງ ນອກຈາກໂຮງໝໍເມືອງແລ້ວ ຈະມີຈຸດ ບໍລິການຄື : ມວສ ດົງໂພສີສູນການຄ້າ ວຽງຈັນເຊັນເຕີ ສູນກາງຄ້າຊັງຈຽງ ແລະ ຢູສູນການຄ້າໄອເຕັກ ແລະກຳລັງປະ ຕິບັດການເຄື່ອນທີ່ໄປສັກຢູ່ແຕ່ລະກະຊວງໃຫ້ສຳເລັດໂດຍໄວ
  • ໃນສະພາບປະຈຸບັນ ທຸກຄົນ ໃນສັງຄົມ ຕ້ອງ ເອົາໃຈໃສ່ ພ້ອມທັງ ເປັນເຈົ້າການນຳກັນ ຖ້າຫາກວ່າ ຕົວທ່ານເອງ ຄົນໃກ້ຊິດ ລູກຫລານ ຫາກເປັນ ຜູ້ທີ່ໄດ້ສຳຜັດກັບກໍລະນີຕິດເຊື້ອ ຫຼື ໄດ້ໄປໃນສະສະຖານທີ່ສ່ຽງແມ່ນ ຕ້ອງໄດ້ແຍກໂຕເອງອອກຈາກ ຄອບຄົວ ຄົນໃກ້ຊິດ ພ້ອມທັງໃຫ້ໄປກວດຫາເຊື້ອພະຍາດ COVID-19 ໂດຍໄວ  ຕາມຈຸດບໍລິການເກັບຕົວຢ່າງ ທີ່ທາງຄະນະສະເພາະກິດກຳນົດໄວ້ ແລະ ພາຍຫຼັງກວດແລ້ວໃຫ້ກັບທີ່ພັກຂອງຕົນເອງທັນທີ ແລະ ສືບຕໍ່ ປະຕິບັດຮັກສາໄລຍະຫ່າງກັບ ບຸກຄົນ ອື່ນ ເປັນເວລາ 14 ວັນ ຕາມມາດຕະການຂອງຄະນະສະເພາະກີດວາງອອກ
    • ຖ້າການກວດໃຫ້ຜົນບວກ ແພດຈະແຈ້ງ ແລະມາຮັບໄປປິ່ນປົວ
    • ຖ້າຜົນລົບ ແມ່ນທ່ານຈະບໍ່ໄດ້ຮັບການໂທແຈ້ງ ແຕ່ທ່ານຍັງຕ້ອງສືບຕໍ່ ຈຳກັດບໍລິເວນຕົນເອງໃຫ້ຄົບ 14 ວັນ
  • ອີກຈຸດນື່ງທີ່ຢາກໃຫ້ຂໍການຮ່ວມມື ຈາກບັນດາທ່ານກໍຄືໃນເວລາໄປກວດຕົວຢ່າງ ຂໍໃຫ້ໃຫ້ທ່ານແຈ້ງລາຍລະອຽດຂອງຕົນເອງຈະແຈ້ງ ຊື່ນາມສະກຸນ ອາຍຸ ບ້ານຢູ່ ແລະ ເບີໂທລະສັບຕິດຕໍ່ ໃຫ້ແກ່ທີມງານແພດເກັບຕົວຢ່າງ ເພື່ອສະດວກໃນການຕີດຕໍ່ພົວພັນ ກັບຄືນຫາທ່ານ ໃນເວລາໄດ້ຜົນກວດ
  • ແລະໃນຄຳສັ່ງເລກທີ 15/ນຍ ນັ້ນແມ່ນມີ 18 ຂໍ້ເຊິ່ງ ພົວພັນກັບຫຼາຍຂະແໜງການ ດັ່ງນັ້ນ ໃນການລາຍງານຂ່າວປະຈຳວັນແຕ່ລະມື້ ນອກຈາກລາຍງານວຽກງານ ດ້ານສາທາ ລະນະສຸກ ແລ້ວ ໃນບາງມື້ ກໍຈະມີພາກສ່ວນທີ່ກ່ຽວຂ້ອງ ມາຮ່ວມ ເພື່ອລາຍງານກ່ຽວກັບການປະຕິບັດຄຳສັ່ງ 15/ນຍ ຂອງແຕ່ລະພາກສ່ວນ ເພື່ອໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້ ແລະເຂົ້າໃຈເຖິງການປະຕິບັດວຽກງານ ຄວບຄຸມພະຍາດ ໂຄວີດ 19 ຂອງ ແຕ່ລະພາກສ່ວນ ເຊິ່ງໃນມື້ນີ້ແມ່ນ ທ່ານ ພຸດທະໄຊ ສີວິໄລ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ຈະມາລາຍງານກ່ຽວກັບ ວຽກງານນະໂຍບາຍດ້ານເງິນຕາ ເພື່ອຫຼຸດຜ່ອນຜົນກະທົບ ຈາກ ການລະບາດຂອງພະຍາດ COVID-ຕໍ່ບັນດາທ່ານ ຂໍເຊີນ

 ທ້າສຸດນີ້ ຂໍແຈ້ງໃຫ້ທ່ານຊາບວ່າ ທ່ານສາມາດຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ເປັນທາງການຂໍໃຫ້ທ່ານຕິດຕາມຂໍ້ມູນຂ່າວສານ ໄດ້ ທີ່:

  • ວິທະຍຸ ໂທລະພາບ ໜັງສືພິມ ແລະສື່ຕ່າງໆ ຂອງລັດຖະບານ
  • ຈາກເວັບໄຊ້ຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ພະຍາດໂຄວິດ-19 gov.la​ ແລະ
  • ເວັບໄຊ້ຂອງກົມຄວບຄຸມພະຍາດຕິດຕໍ່,ກະຊວງສາທາລະນະສຸກhttps://www.gov.la
  • ເຟດບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະນະສຸກ
  • ແລະ ສາມາດໂທສອບຖາມ ສາຍດ່ວນ 166 ຫຼື 165 ສຳລັບສູນກາງ ແລະ ສາຍດ່ວນແຂວງ (ລະຫັດແຂວງ ຕາມດ້ວຍ 166 ຫຼື 165)

About Post Author