ບົດຖະແຫຼງຂ່າວຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດ​ອັກ​ເສບ​ປອດ​ COVID-19 ປະຈຳວັນຈັນ ວັນທີ 3 ພຶດສະພາ ປີ 2021

Reportcovid19-2021-05-03 16:32:24

ວັນທີ 3 ພຶດສະພາ ປີ 2021 ທ່ານ. ຮສ. ດຣ. ພູທອນ ເມືອງປາກ ຫົວໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ຮອງລັດຖະມົນຕີ, ກະຊວງສາທາລະນະສຸກ ພ້ອມດ້ວຍ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ,ຕາງໜ້າກອງເລຂາ ຄະນະສະ ເພາະ ກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19, ຂໍອະນຸຍາດລາຍງານ:​
I. ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ແລະ ທົ່ວໂລກ
• ສະພາບການລະບາດ​ຂອງ​ພະ​ຍາດ COVID-19 ຢູ່ ໃນໂລກ, ຮອດປະຈຸບັນ ທົ່ວໂລກມີການລາຍງານການຕົວເລກຜູ້ຕິດເຊື້ອສະສົມທັງໝົດ 153,467,866 ຄົນ, ເສຍຊິວິດສະສົມ 3,215,673 ຄົນ ແລະ ປີ່ນປົວຫາຍດີ 131,472,460 ຄົນ; ປະເທດອາເມຣິກາ ຍັງເປັນອັນດັບໜຶ່ງ ຜູ້ຕິດເຊື້ອສະສົມເກືອບ 33 ລ້ານກວ່າຄົນ ແລະ ເສຍຊີວິດສະສົມຫຼາຍກວ່າ 591,056 ຄົນ; ອັນດັບສອງ ແມ່ນປະເທດ ອິນເດຍ ມີຜູ້ຕິດເຊື້ອສະສົມ ເກືອບ 19 ລ້ານກ່ວາຄົນ ແລະ ເສຍຊີວິດສະສົມ 218,945 ຄົນ;
II. ສຳ​ລັບ ສປປ ລາວ ມາຮອດປະຈຸບັນ ມີ ລາຍ​ງານຜູ້ຕິດເຊື້ອທັງໝົດ 966 ຄົນ ( ໃໝ່ 33)
ບໍ່ມີຜູ້ເສຍຊີວີດ, ໃນ​ຈຳ​ນວນ​ຜູ້​ຕິ​ດ​ເຊື້ອ​ທັງ​ໝົດ ແມ່ນໄດ້​ຮັບ​ການ ປິ່ນປົວຫາຍດີ 60 ຄົນ, ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ຄະນະສະເພາະກິດກຳນົດໄວ້ ໃນ​ຕ່​ລະ​ແຂວງ ຈຳນວນ 906 ຄົນ ເຊັ່ນ:
– ນະຄອນຫຼວງວຽງຈັນ 598 ຄົນ (ໃໝ່ 16)
– ແຂວງຈຳປາສັກ 121 ຄົນ (ໃໝ່ 4), ສຳລັບຄົນເຈັບແຂວງເຊກອງ ແມ່ນ
ນອນປິ່ນປົວຢູ່ແຂວງຈຳປາສັກ
– ແຂວງບໍ່ແກ້ວ 98 ຄົນ (ໃໝ່ 7)
– ແຂວງສະຫວັນນະເຂດ 31 ຄົນ (ໃໝ່ 3)
– ແຂວງຫຼວງພະບາງ 13 ຄົນ
– ແຂວງວຽງຈັນ 13 ຄົນ
– ແຂວງສາລະວັນ 7 ຄົນ
– ແຂວງຫຼວງນ້ຳທາ 6 ຄົນ
– ແຂວງອຸດົມໄຊ 8 ຄົນ (ໃໝ່ 3)
– ແຂວງຜົ້ງສາລີ 3 ຄົນ
– ແຂວງໄຊຍະບູລີ 3 ຄົນ
– ແຂວງບໍລິຄຳໄຊ 3 ຄົນ
– ແຂວງຄຳມ່ວນ 1 ຄົນ
– ແຂວງຊຽງຂວາງ 1 ຄົນ
ຄົນເຈັບທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ແລະ ສຸຂະພາບຈິດ ສົມບຸນ ປົກກະຕິ ແລະ ທຸກຄົນແຂງແຮງດີ.

1. ວຽກ​ງານວີ​ເຄາະ ກວດ​ຊອກ​ຫາ​ເຊື້ອ​ພະ​ຍາດ ໂຄວີດ 19
ໃນວັນທີ 02 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງ ໝົດ 1,810 ຕົວຢ່າງ ຜົນກວດວິເຄາະ ແມ່ນພົບຜູ້ຕິດເຊື້ອໃໝ່ 33 ຄົນ, ໃນນັ້ນມີ ນະຄອນຫຼວງ 16 ຄົນ, ຈຳປາສັກ 4 ຄົນ,ບໍ່ແກ້ວ 7 ຄົນ ອຸດົມໄຊ 3 ຄົນ ສະຫວັນນະເຂດ 3 ຄົນ.
2. ການຕິດຕາມ ຜູ້​ເດີນ​ທາງ​ເຂົ້າ​ມາ ສປປ ລາວ
ວັນທີ 2 ພຶດ​ສະ​ພາ 2021 ທົ່ວປະເທດມີຜູ້ເດີນທາງເຂົ້າມາ ທັງໝົດ 552 ຄົນ:
• ຈຸດຜ່ານດ່ານ ລາວ – ໄທ ທັງໝົດ 437 ຄົນ;
• ຜ່ານດ່ານສະໜາມບີນວັດໄຕສາກົນ 115 ຄົນ
• ທຸກຄົນທີ່ເຂົ້າມາທາງຈຸດຜ່ານແດນ ໃນມື້ວານນີ້ ແມ່ນ
◦ ໄດ້ຜ່ານການວັດແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້
◦ ໄດ້ເກັບຕົວຢ່າງທຸກ​ໆຄົນມາກວດຫາເຊື້ອ COVID-19;
◦ ນຳສົ່ງໄປຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້
3. ວຽກ​ງານ​ການ​ຈຳ​ກັດ​ບໍ​ລິ​ເວນ ຢູ່ສູນຈຳກັດບໍລິເວນ
ປະຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ ທັງໝົດ 57 ສູນ,​ ມີຜູ້ຈຳກັດບໍລິເວນທັງໝົດ 3,584 ຄົນ, ທຸກຄົນແມ່ນ​ໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ COVID-19.
• ສຳລັບລາຍລະອຽດ ຂອງຜູ້ຕິດເຊື້ອໃໝ່ 33 ຄົນ (ກໍລະນີຢັ້ງຢືນທີ 934-966)
ດຣ.​ ພອນປະດິດ ສັງໄຊຍະລາດ ຈະເປັນຜູ້ລາຍງານ ລາຍລະອຽດ, ຂໍຮຽນເຊີນ:
• ສັງລວມປະຫວັດການເດີນທາງຂອງຄົນຫວຽດນາມທີ່ຕິດເຊື້ອ, ສະຖານທີ່ຕ່າງໆ ຄືດັ່ງນີ້:​
• ບ້ານທາດຫຼວງ ໄຊເສດຖາ, ບ້ານນາໄຊ, ເມືອງໄຊເສດຖາ, ບ້ານ ດອນກອຍ, ໄຊເສດຖາ,ບ້ານດອນຕິ້ວ, ເມືອງໄຊທານີ, ເຮັດຮ້ານກາເຟຢູ່ຫ້ອງແຖວ ບ້ານສີສັງວອນ,
ຕະຫລາດດອນກອຍ;
• 14/4/2021: ສະຖານທີ່ອອກກຳລັງກາຍຢູ່ເດີນທາດຫລວງ, ຫລີ້ນປີໃໝ່ຢູ່ຮ້ານຕັດຜົມ Star 2, ຮ້ານຄາຣາໂອເກະຫວຽດ ຕໍ່ໜ້າ ຮ້ານເອັມພ້ອຍ ທາດຫຼວງ;
• ວັນທີ 11-13 ເມສາ ຮ້ານຂາຍເຄື່ອງຕະຫຼາດກາງຄືນ ແຄມຂອງ,
• ຄົນຫວຽດນາມເລາະຕັດເລັບ ແລະ ທາສີເລັບບ້ານ ສີສັງວອນ ແລະ ບ້ານທາດຫຼວງ, ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ;
• ຮ້ານຜົມຕັດຜົມຊາຍ-ຍິງ ຕໍ່ໜາ້ຢູນິເທລນາໄຊ;
• ວັນທີ 12 ເມສາ 2021 ເທັກ ແຄັດໂຮມ ແຖວທາດຫຼວງ;
• ວັນທີ 14 ເມສາ 2021 ໄປຕະຫຼາດຫົວຂົວຕອນແລງ;
• ທະນາຄານ MB lao, ຖຸະໜົນໄກສອນ ບ້ານໂພນສະອາດ, ເມືອງ ຈັນທະບູລີ , ໂຮງໝໍຊີວິດໃໝ່ ບ້ານນາໄຊ, ສູນຄວາມງາມຈູລີບີວຕີ ຢູ່ດົງປ່າລານ, ອາຫານຕາມສັ່ງຢູ່ຕໍ່ໜ້າຮ້ານມານາເມ, ບ້ານດອນຕິ້ວ, ຮ້ານ ສະນຸກເກີ (ຮ້ານຕຳແດງ) ບ້ານດົງປ່າແລບ;
• ຖ້ຽວບີນ ວັນທີ 21 ເມສາ 2021 ຈາກນະຄອນຫຼວງວຍງຈັນເດີນທາງໄປຫຼວງນ້ຳທາ ຖ້ຽວບີນ 603 ແຕ່ຍົນບໍ່ອະນຸຍາດໃຫ້ລົງແລ້ວກັບມາວຽງຈັນ, ຊ່າງຮັບເໝົາໄຟຟ້າຢູ່ບ້ານຫ້ວຍຫົງ, ເມືອງຈັນທະບູລີ.
• ນອກຈາກນີ້ ຂໍຮຽກຮ້ອງມາຍັງບັນດາທ່ານທີ່ມີລາຍຊື່ຂ້າງລຸ່ມທີ່ໄດ້ໄປເກັບຕົວຢ່າງກວດວິເຄາະຫາເຊື້ອພະຍາດ COVID-19 ໃນນະຄອນຫຼວງວຽງຈັນທີ່ໃຫ້ຂໍ້ມູນບໍ່ລະອຽດແມ່ນໃຫ້ຮີບຮ້ອນໂທປະສານຫາ ທ່ານ ດຣ. ນາງ ວຽງສາຄອນ ຫຼວງປະດິດ ເບີໂທ 020 94095533 ແລະ ເບີ 020 55663579 ລາຍຊື່ລະອຽດຄື:
1. ນາງ ພູເງີນ 16 ປີ
2. ທ້າວ ແອນ້ອຍ ພັນທະມູນ
3. ນາງ ຟາ ແສງຄຳຍອງ 35 ປີ
ໃຫ້ບຸກຄົນດັ່ງກ່າວຈົ່ງຮີບຮ້ອນໂຕໂທກັບເບີດັ່ງກ່າວ ຫຼື ແຈ້ງຕໍ່ອຳນາດການປົກຄອງບ້ານຂອງທ່ານເພື່ອຕິດຕໍ່ຫາພະນັກງານແພດໝໍດ່ວນ, ຖ້າຫາກທ່ານໃດຮັບຮູ້ແລ້ວບໍ່ຮີບຮ້ອນມາສະເໜີໂຕ ຫຼື ຈົງໃຈລົບຫຼີກແມ່ນຈະຖືກປະຕິບັດລະບຽບວິໄນຕາມກົດໝາຍບ້ານເມືອງ.
III. ຂໍ້ແນະນຳ
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ,
• ສະ​ຖາ​ນະ​ການ​ໃນປະຈຸບັນເຫັນວ່າ ສປປ ລາວເຮົາ ຍັງມີລາຍ​ງານການຕິດ ເຊື້ອໃໝ່ເພີ້ມຂຶ້ນ ຢ່າງຕໍ່ເນື່ອງໃນແຕ່ລະມື ທັງຢູ່ນະຄອນຫຼວງ ແລະ ບັນດາແຂວງ ໃນທົ່ວປະເທດ ​ເຫັນ​ໄດ້​ວ່າ ເລີ້ມ​ແຕ່ຕົ້ນ​ປິ 2021 ເປັນ​ຕົ້ນ​ມາຮອດມື້ນີ້ ມີ​ ຜູ້​ຕິດ​ເຊື້ອ 925 ຄົນ(ໂດຍ​ສະ​ເພາະ​ແຕ່​​ເດືອນ​ເມ​ສາ ມາ​ແມ່ນມີຜູ້ຕິດເຊື້ອ ເຖີງ 917 ຄົນ) ​ຖ້າ​ທຽບ​ໃສ່ໃນ​ປີ 2020 ໝົດປີ ມີ​ຜູ້​ຕ​ດິ​ເຊື້ອ​ທັງ​ໝົດພຽງ​ແຕ່ 41 ຄົນ ແລະ​ ​ໃນ​ໄລ​ຍະ​ດຽວ​ກັນ​ເດືອນ ພຶດສະພາ 2020 ຜູ້​ຕິດ​ເຊື້ອ​ມີ​ພຽງ 19 ຄົນ ເຫັນ​ວ່າ​ເປັນ​ໂຕ​ເລກ​ທີ່​ມີ​ຄວາມ​ແຕກ​ຕ່າງ​ກັນຫຼາຍ​ເທົ່າ
• ຕໍ່ກັບສະພາບດັ່ງກ່າວລັດຖະບານ, ຄະ​ນະ​ສະ​ເພາະ​ກິດຂັ້ນ​ສູນ​ກາງ ແລະ ທ້ອງ​ຖິ່ນ​ກໍ​ໄດ້​ມີ​ຄຳສັ່ງ, ແຈ້ງ​ການ ແລະ ຄຳ​ແນະ​ນຳ ຕ່າງ​ໆ ກ່ຽວ​ກັບ​ມາດ​ຕະ​ການ​ ​ສະ​ກັດ​ກັ້ນ ແລະ​ ຄວບ​ຄຸມ​ການ​ລະ​ບາດ​ຂອງ​ພະ​ຍາດອອກ​ມາ​ເປັນ​ແຕ່​ລະ​ໄລ​ຍະ ເຊິ່ງປະຈຸບັນກໍແມ່ນປະຕີບັດຕາມຄຳສັ່ງຂອງທ່ານນາຍຍົກລັດຖະມົນຕີສະບັບເລກທີ 15/ ນຍ ລົງວັນທີ 21 ເມສາ 2021 ເຊິ່ງມີຜົນໃນການນຳໃຊ້ ຮອດວັນທີ 5 ພຶດສະພາ 2021 ແລະ, ພ້ອມ​ດຽວ​ກັນ ອຳນາດການ ປົກຄອງທຸກ​ຂັ້ນ ກໍໄດ້​ເອົາໃຈໃສ່ຕິດຕາມການ ຈັດຕັ້ງປະຕິບັດ ມາດ​ຕະ​ການ​ຂອງ​ຄະ​ນະ​ສະ​ເພາະ​ກີດຢ່າງ​ເຂັ້ມ​ງວດ ໂດຍ​ສະ​ເພາະແມ່ນເອົາ​ໃຈ​ໃສ່ ຕິດຕາມກວດ ກາຜູ້ທີ່ກັບມາຈາກ ປະເທດທີ່ມີການລະບາດຂອງພະຍາດ COVID-19, ຖ້າພົບເຫັນການເຂົ້າມາ ແບບບໍ່​ຖືກ​ຕ້ອງໃຫ້ຮີບຮ້ອນແຈ້ງ ຄະນະສະເພາະກິດ​ໃນຂັ້ນຂອງຕົນ​ຊາບ​ໂດຍທັນທີ ເພື່ອ ນຳເອົາ ຜູ້ກ່ຽວໄປກວດຫາເຊື້ອພະຍາດ ແລະ ຈຳກັດບໍລິເວນ ຕາມລະບຽບການ,
• ໃນສະພາບ ປະຈຸບັນເຫັນວ່າ ມີປະຊາຊົນຈຳນວນຫຼາຍໃນສັງຄົມ ໄດ້ມາສະເໜີໂຕມາຂໍກວດ ຊອກຫາເຊື້ອພະ ຍາດ COVID-19 ຍ້ອນເຫັນວ່າຕົນເອງຜູ້ທີ່ໄດ້ສຳຜັດກັບກໍລະນີຕິດເຊື້ອ ຫຼື ເດີນທາງໄປສະຖານທີ່ສ່ຽງ
• ອີກອັນນຶ່ງທີ່ສຳຄັນ ສຳລັບ ຜູ້ທີ່ໄດ້ສຳຜັດກັບກໍລະນີຕິດເຊື້ອ ຫຼື ເດີນທາງໄປສະຖານທີ່ສ່ຽງແມ່ນ ຕ້ອງແຍກໂຕເອງອອກຈາກຄົນໃກ້ຊິດ ແລະ ຄົນ ໃນຄອບຄົວ ພ້ອມທັງ ຈຳກັດບໍລິເວນ ຢູ່ສະຖານທີ່ພັກເຊົາຂອງຕົນເອງ ພ້ອມທັງ ໃຫ້ໄປກວດຫາເຊື້ອພະຍາດ COVID-19 ໂດຍໄວຕາມຈຸດບໍລິການກວດທີ່ທີ່ທາງຄະນະສະເພາະກິດກຳນົດໄວ້ ໂດຍໃຫ້ໃສ່ຜ້າປິດປາກ-ດັງ, ຮັກສາມາລະ ຍາດ ໃນເວລາໄອ-ຈາມໃຫ້ອັດປາກ ແລະ ດັງດ້ວຍກົກແຂນ ແລະ ພາຍຫຼັງກວດແລ້ວໃຫ້ກັບທີ່ພັກຂອງຕົນເອງທັນທີໂດຍປະຕິບັດຮັກສາໄລຍະຫ່າງກັບບຸກຄົນ ອື່ນ; ເປັນເວລາ 14 ວັນ ໂດຍໃຫ້ຕິດຕາມວັດແທກອຸນຫະພູມຮ່າງກາຍທຸກມື້
• ຜູ້ທີ່ມາເກັບ ຕົວຢ່າງແລ້ວ ໃນລະຫ່ວາງລໍຖ້າຜົນກວດ ແມ່ນໃຫ້ຢູ່ແຕ່ສະຖານທີ່ພັກເຊົາຂອງຕົນເອງເທົ່ານັ້ນ ຫ້າມເດັດຂາດບໍ່ໃຫ້ເດີນທາງອອກໄປຂ້າງນອກ, ບໍ່ໃຫ້ໃກ້ຊິດກັບຄົນອື່ນ, ສຳລັບຜູ້ສົ່ງອາຫານ, ນ້ຳດື່ມແມ່ນໃຫ້ສົ່ງຢູ່ໜ້າຫ້ອງ ແລະ ອອກໄປທັນທີພາຍຫຼັງສົ່ງອາຫານ;
• ຖ້າຜົນກວດຂອງທ່ານພົບເຊື້ອ (+) ແມ່ນຈະມີພະນັກງານແພດໂທແຈ້ງຜົນກວດຫາທ່ານ ແລະ ຈະມີລົດແພດໄປຮັບທ່ານຢູ່ສະຖານທີ່ພັກເພື່ອໄປປີ່ນປົວຢູ່ຕາມໂຮງໝໍທີ່ໄດ້ກຳນົດໄວ້;
• ຖ້າບໍ່ມີພະນັກງານໂທແຈ້ງຜົນກວດກໍ່ໃຫ້ທ່ານສືບຕໍ່ຈຳກັດບໍລິເວນຕົນເອງຢູ່ສະຖານທີ່ພັກເຊົາ ແລະ ຮັກສາໄລຍະຫ່າງຈາກບຸກຄົນອື່ນຈົນກ່ວາຈະຄົບ 14 ວັນ (ເພາະໄລຍະບົ່ມເຊື້ອພະຍາດອາດຈະສະແດງອາການ ຫຼື ບໍ່ສະແດງອາການ) ພາຍຫຼັງຄົບກຳນົດການຈຳກັດບໍລິເວນ ຖ້າບໍ່ມີອາການຜິດປົກກະຕິຫຍັງ ຈຶ່ງ ສາມາດອອກໄປເຄື່ອນໄຫວດຳເນີນຊິວິດປະຈຳວັນຕາມປົກກະຕິ;
• ສຳລັບຈຸດບໍລິການ ເກັບຕົວຢ່າງ ທີ່ທາງຄະນະສະ ເພາະກິດກຳນົດໄວ້ ໃນນະຄອນຫຼວງວຽງຈັນ ແມ່ນ ບໍລິການທຸກວັນ ແຕ່ ເວລາ 9 ໂມງ ຫາ 12 ໂມງ ມີຄື 1 ມ​ສ ສີ​ໂຄດ 2 ສະ​ໝາມ​ກິ​ລາ ຈົ້າ​ອາ​ນຸາ​ວົງ 3 ມ​ສ ລາວຫ​ວຽດ ແລະ ໂຮງໝໍ ເຊດຖາທິລາດ ສຳລັບ ໂຮງ ໝໍພິດຕະພາບແມ່ນຈະໄດ້ຮັບກງດ ສະເພາະຜູ້ທີ່ສຳພັດໃກ້ຊີດ ແລະມີອາການ
• ແລະອີກວຽກງານນຶ່ງທີ່ບໍລິການຄຽງຄູ່ກັບການເກັບຕົວຢ່າງ ກໍຄືການໃຫ້ບໍລິການ ສັກວັກຊີນ ປ້ອງກັນ ໂຄວີດ 19 ກໍຂໍໃຫ້ ໃຫ້ພໍ່ແມ່ປະຊາຊົນ ແລະ ທຸກ ພາກສ່ວນ ທີ່ນອນໃນກຸ່ມເປົ້າໝາຍ ຈົ່ງພ້ອມໃຈກັນໄປຮັບການສັກຢາວັກຊີນຕາມສະຖານທີ່ບໍລິການທີ່ໄດ້ກຳນົດໄວ້ ເພື່ອປ້ອງກັນຕົວທ່ານເອງ, ຄອບຄົວຂອງທ່ານ ແລະ ເພື່ອເປັນວິທີທາງນຶ່ງທີ່ຈະສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19ໃນຊຸມຊົນໃນປະເທດເຮົາ
• ທ້າຍສຸດນີ້ ຂ້າພະເຈົ້າ ຂໍການຮ່ວມມີມາຍັງທຸກທ່ານ ຈົ່ງໄດ້ສືບຕໍ່ຮ່ວມແຮງຮ່ວມໃຈ ເປັນຈິດນຶ່ງໃຈດຽວກັນໃນການເອົາໃຈໃສ່ ປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດເພື່ອ ພ້ອມໃຈກັນຕໍ່ສູ້ຕ້ານກັບ COVID-19 ແລະ ພວກເຮົາ ທຸກຄົນ ຈະພ້ອມກັນຜ່ານຜ່າ ວິກິດການສະພາບການລະບາດຂອງພະຍາດໃນຄັ້ງນີ້ ໄປພ້ອມໆກັນ ໃຫ້ໄດ້ ແລະ ອີກອັນນຶ່ງ ຂໍສະແດງຄວາມຂອບໃຈ ແລະຮູ້ບຸນຄຸນມາຍັງພໍ່ແມ່ປະຊາຊົນ ແລະ ທຸກພາກສ່ວນ ໃນສັງຄົມທີ່ໄດ້ໃຫ້ສະໜັບສະໜູນ ເຄື່ອງບໍລິໂພກ ອຸບປະໂພກ ແລະອາຫານເຂົ້າກ່ອງ ໃຫ້ແກ່ທີມງານແພດໝໍທີ່ປະຕິບັດໜ້າທີ່ຢູ່ໃນແຕ່ລະຂັ້ນ
• ເພື່ອໃຫ້ທ່ານສາມາດຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ເປັນທາງການຂໍໃຫ້ທ່ານຕິດ
ຕາມຂໍ້ມູນຂ່າວສານ ທີ່ເປັນທາງການໄດ້:
◦ ຈາກເວັບໄຊ້ຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ພະຍາດໂຄວິດ-19 covid19.gov.la​
◦ ເຟດບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະ
ນະສຸກ
◦ ເວັບໄຊ້ຂອງກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກcdc.gov.la
◦ ແລະ ສາມາດໂທສອບຖາມ ສາຍດ່ວນ 166 ຫຼື 165 ສຳລັບສູນກາງ ແລະ ສາຍດ່ວນແຂວງ (ລະຫັດແຂວງ ຕາມດ້ວຍ 166 ຫຼື 165).

 

About Post Author