ບົດຖະແຫຼງຂ່າວຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດ​ອັກ​ເສບ​ປອດ​ COVID-19 ປະຈຳວັນອັງຄານ ວັນທີ 4 ພຶດສະພາ ປີ 2021

reportcovid19-20210504

ວັນອັງຄານ ວັນທີ 4 ພຶດສະພາ ປີ 2021 ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາ ຄະນະສະ ເພາະ ກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19, ຂໍອະນຸຍາດລາຍງານ:​
I. ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ແລະ ທົ່ວໂລກ
• ສະພາບການລະບາດ​ຂອງ​ພະ​ຍາດ COVID-19 ຢູ່ ໃນໂລກ, ຮອດປະຈຸບັນ ທົ່ວໂລກມີການລາຍງານການຕົວເລກຜູ້ຕິດເຊື້ອສະສົມທັງໝົດ 154,158,093 ຄົນ, ເສຍຊິວິດສະສົມ 3,226,234 ຄົນ ແລະ ປີ່ນປົວຫາຍດີ 132,260,859 ຄົນ; ປະເທດອາເມຣິກາ ຍັງເປັນອັນດັບໜຶ່ງ ຜູ້ຕິດເຊື້ອສະສົມເກືອບ 33 ລ້ານກວ່າຄົນ ແລະ ເສຍຊີວິດສະສົມຫຼາຍກວ່າ 591,494 ຄົນ; ອັນດັບສອງ ແມ່ນປະເທດ ອິນເດຍ ມີຜູ້ຕິດເຊື້ອສະສົມ ເກືອບ 20 ລ້ານກ່ວາຄົນ ແລະ ເສຍຊີວິດສະສົມ 222,383 ຄົນ;
II. ສຳ​ລັບ ສປປ ລາວ ມາຮອດປະຈຸບັນ ມີ ລາຍ​ງານຜູ້ຕິດເຊື້ອທັງໝົດ 1,026 ຄົນ (ໃໝ່ 60)
ບໍ່ມີຜູ້ເສຍຊີວີດ, ໃນ​ຈຳ​ນວນ​ຜູ້​ຕິ​ດ​ເຊື້ອ​ທັງ​ໝົດ ແມ່ນໄດ້​ຮັບ​ການ ປິ່ນປົວຫາຍດີ 60 ຄົນ, ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ຄະນະສະເພາະກິດກຳນົດໄວ້ ໃນ​ຕ່​ລະ​ແຂວງ ຈຳນວນ 966 ຄົນ ເຊັ່ນ:
– ນະຄອນຫຼວງວຽງຈັນ 606 ຄົນ (ໃໝ່ 8)
– ແຂວງຈຳປາສັກ 151 ຄົນ (ໃໝ່ 30), ສຳລັບຄົນເຈັບແຂວງເຊກອງ ແມ່ນນອນ
ປິ່ນປົວຢູ່ແຂວງຈຳປາສັກ
– ແຂວງບໍ່ແກ້ວ 118 ຄົນ (ໃໝ່ 20)
– ແຂວງສະຫວັນນະເຂດ 32 ຄົນ (ໃໝ່ 1)
– ແຂວງຫຼວງພະບາງ 13 ຄົນ
– ແຂວງວຽງຈັນ 14 ຄົນ (ໃໝ່ 1)
– ແຂວງສາລະວັນ 7 ຄົນ
– ແຂວງຫຼວງນ້ຳທາ 6 ຄົນ
– ແຂວງອຸດົມໄຊ 8 ຄົນ
– ແຂວງຜົ້ງສາລີ 3 ຄົນ
– ແຂວງໄຊຍະບູລີ 3 ຄົນ
– ແຂວງບໍລິຄຳໄຊ 3 ຄົນ
– ແຂວງຄຳມ່ວນ 1 ຄົນ
– ແຂວງຊຽງຂວາງ 1 ຄົນ
ຄົນເຈັບທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ແລະ ສຸຂະພາບຈິດ ສົມບຸນ ປົກກະຕິ ແລະ ທຸກຄົນແຂງແຮງດີ.

1. ວຽກ​ງານວີ​ເຄາະ ກວດ​ຊອກ​ຫາ​ເຊື້ອ​ພະ​ຍາດ ໂຄວີດ 19
• ໃນວັນທີ 03 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງ ໝົດ 1,463 ຕົວຢ່າງ ຜົນກວດວິເຄາະ ແມ່ນພົບຜູ້ຕິດເຊື້ອໃໝ່ 60 ຄົນ, ໃນນັ້ນມີ ນະຄອນຫຼວງ 8 ຄົນ, ຈໍາປາສັກ 30 ຄົນ, ບໍ່ແກ້ວ 20 ຄົນ, ສະຫວັນນະເຂດ 1 ຄົນ ແລະ ວຽງຈັນ 1 ຄົນ.
2. ການຕິດຕາມ ຜູ້​ເດີນ​ທາງ​ເຂົ້າ​ມາ ສປປ ລາວ
ວັນທີ 3 ພຶດ​ສະ​ພາ 2021 ທົ່ວປະເທດມີຜູ້ເດີນທາງເຂົ້າມາ ທັງໝົດ 907 ຄົນ:
• ຈຸດຜ່ານດ່ານ ລາວ – ໄທ ທັງໝົດ 772 ຄົນ;
• ຜ່ານດ່ານສະໜາມບີນວັດໄຕສາກົນ 135 ຄົນ
• ທຸກຄົນທີ່ເຂົ້າມາທາງຈຸດຜ່ານແດນ ໃນມື້ວານນີ້ ແມ່ນ
◦ ໄດ້ຜ່ານການວັດແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້
◦ ໄດ້ເກັບຕົວຢ່າງທຸກ​ໆຄົນມາກວດຫາເຊື້ອ COVID-19;
◦ ນຳສົ່ງໄປຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້
3. ວຽກ​ງານ​ການ​ຈຳ​ກັດ​ບໍ​ລິ​ເວນ ຢູ່ສູນຈຳກັດບໍລິເວນ
ປະຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ ທັງໝົດ 57 ສູນ,​ ມີຜູ້ຈຳກັດບໍລິເວນທັງໝົດ 3,769 ຄົນ, ທຸກຄົນແມ່ນ​ໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ COVID-19.
• ລາຍລະອຽດ ຂອງຜູ້ຕິດເຊື້ອໃໝ່ 60 ຄົນ (ກໍລະນີຢັ້ງຢືນທີ 967-1,026)
– ສຳລັບຄົນເຈັບກໍລະນີໃໝ່ 8 ຄົນ ທີ່ພົບຢູ່ນະຄອນຫຼວງວຽງຈັນ ກໍ່ລ້ວນແລ້ວແຕ່ ເປັນຜູ້ສຳຜັດໃກ້ຊິດ ກັບຜູ້ຕິດເຊື້ອ ທີ່ກ່ຽວພັນກັບກໍລະນີທີ 59 ເຊັ່ນກັນ.
– ສ່ວນ ກໍໍລະນີຕິດເຊື້ອໃໝ່ ຢູ່ແຂວງ ຈຳປາສັກ, ບໍ່ແກ້ວ,​ ສະຫວັນນະເຂດ ແລະ ແຂວງວຽງຈັນ ນັ້ນ ລ້ວນແລ້ວແຕ່ມີປະຫວັດສຳຜັດກັບກໍລະນີຕິດເຊື້ອເກົ່າ ຢູ່ໃນແຂວງຂອງເຂົ້າເຈົ້າ ຄືກັນ.
III. ຂໍ້ແນະນຳ
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ,
• ຕໍ່ກັບສະພາບ ການລະບາດຂອງພະຍາດໃນປະເທດດັງກ່າວ ຄະ​ນະ​ສະ​ເພາະ​ກິດຂັ້ນ​ສູນ​ກາງ ແລະ ທ້ອງ​ຖິ່ນ​ກໍ​ໄດ້​ມີ​ການວາງ ມາດ​ຕະ​ການ​ ​ສະ​ກັດ​ກັ້ນ ແລະ​ ຄວບ​ຄຸມ​ການ​ລະ​ບາດ​ຂອງ​ພະ​ຍາດອອກ​ມາ​ເປັນ​ແຕ່​ລະ​ໄລ​ຍະ , ພ້ອມ​ດຽວ​ກັນ ອຳນາດການ ປົກຄອງທຸກ​ຂັ້ນ ກໍໄດ້​ເອົາໃຈໃສ່ໃນການຕິດຕາມການ ຈັດຕັ້ງປະຕິບັດ ມາດ​ຕະ​ການ​ຂອງ​ຄະ​ນະ​ສະ​ເພາະ​ກີດຢ່າງ​ເຂັ້ມ​ງວດ ໂດຍ​ສະ​ເພາະແມ່ນເອົາ​ໃຈ​ໃສ່ ແລະ ຕີດຕາມ ກວດກາຜູ້ທີ່ເດີີນທາ ມາຈາກ ປະເທດທີ່ມີການລະບາດຂອງພະຍາດ COVID-19,
• ສະ​ຖາ​ນະ​ການ​ໃນປະຈຸບັນ ເຫັນວ່າຕາມຈຸດບໍລິການກວດຕົວຢ່າງ ແລະ ບໍລິການສັກວັກຊີນແມ່ນມີປະຊາຊົນຈຳນວນຫຼາຍໃນສັງຄົມ ໄດ້ມາໃຊ້ບໍລິການໃນສະຖານທີ່ຈຸດບໍລິ ການດັ່ງກ່າວ ເຊິງຖືວ່າເປັນຈຸດທີ່ມີກຸ່ມຄົນ ມາຈາກຫຼາຍສະຖານທີ່ແຕກຕ່າງກັນ ອາດເປັນຈຸດສ່ຽງທີ່ຈະເປັນບ່ອນແຜ່ເຊື້ອ ແລະ ຮັບເຊື້ອ ພະຍາດຫາກເຮົາ ຖືເບົາໃນການປ້ອງກັນໂຕເອງ ຈຶ່ງຂໍໃຫ້ບັນດາທ່ານ ທີ່ໄປໃຊ້ບໍລິການ ໃນສະຖານບໍລິການດັ່ງກ່າວ ຈົ່ງໄດ້ປະຕີບັດມາດຕະການຮັກສາໄລຍະຫ່າງຢ່າງເຂັ້ມງວດ ແລະ ໃສ່ຜ້າປີດປາກ ປິດດັງຕະຫຼອດເວລາ ເພື່ອປ້ອງກັນໂຄເອງ ແລະ ຄົນອ້ອມຂ້າງ;​
• ສຳລັບ ຢູ່ ນະຄອນຫຼວງວຽງຈັນ ແມ່ນມີ:
◦ ຈຸດຮັບເກັບຕົວຢ່າງນອກຈາກໂຮງໝໍທີ່ບໍລິການເກັບຕົວຢ່າງແລ້ວຍັງມີ 03 ຈຸດ:
– ມສ ສີໂຄດ
– ມສ ລາວຫວຽດ
– ສະໜາມ ກິລາເຈົ້າອານຸວົງ
◦ ຈຸດບໍລິການໃຫ້ວັກຊິນນອກຈາກໂຮງໝໍເມືອງແລ້ວມີຈຸດບໍລິການ:
▪ ມວສ ດົງໂພສີ
▪ ວຽງຈັນເຊັນເຕີ
▪ ສູນກາງຄ້າຊັງຈຽງ
▪ ແລະມີແຜນຈະເພີ້ມອີກ1 ຈຸດ ຢູສູນການຄ້າ ໄອເຕັກ
• ສິ່ງນື່ງທີ່ສຳຄັນ ແລະ ທຸກຄົນ ໃນສັງຄົມ ຕ້ອງ ເຂົ້າໃນ ພ້ອມທັງ ເອົາໃຈໃສ່ ແລະເປັນເຈົ້າການນຳກັນ ສຳລັບຜູ້ທີ່ໄດ້ສຳຜັດກັບກໍລະນີຕິດເຊື້ອ ຫຼື ເດີນທາງໄປສະຖານທີ່ສ່ຽງແມ່ນ ຕ້ອງແຍກໂຕເອງອອກຈາກຄົນໃກ້ຊິດ ພ້ອມທັງ ໃຫ້ໄປກວດຫາເຊື້ອພະຍາດ COVID-19 ໂດຍໄວຕາມຈຸດບໍລິການກວດທີ່ທີ່ທາງຄະນະສະເພາະກິດກຳນົດໄວ້ ໂດຍໃຫ້ ແລະ ພາຍຫຼັງກວດແລ້ວໃຫ້ກັບທີ່ພັກຂອງຕົນເອງທັນທີ ແລະ ສືບຕໍ່ ປະຕິບັດຮັກສາໄລຍະຫ່າງກັບບຸກຄົນ ອື່ນ ເປັນເວລາ 14 ວັນ ຕາມມາດຕະການຂອງຄະນະສະເພາະກີດວາງອອກ
◦ ຖ້າການກວດໃຫ້ຜົນບວກ ແພດຈະແຈ້ງ
◦ ຖ້າຜົນລົບ ແພດບໍ່ແຈ້ງແຕ່ງຕ້ອງສືບຕໍ່ ກັກຕົວເອງໃຫ້ຄົບ 14 ວັນ
• ອີກເທືອນຶ່ງຕໍ່ໜ້າກັບສະພາບວິກິດການລະບາດພະຍາດພາຍໃນປະເທດເຮົານີ້ ຂ້າພະ ເຈົ້າ ຂໍການຮ່ວມມີມາຍັງທຸກທ່ານ ແລະ ທຸກພາກສ່ວນໃນສັງຄົມ ຈົ່ງໄດ້ສືບຕໍ່ຮ່ວມແຮງຮ່ວມໃຈກັນໃນປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດເພື່ອສະກັດກັ້ນການລະບາດຂອງ ພະຍາດ COVID-19 ບໍ່ໃຫ້ແຜ່ຂະຫຍາຍຈົນເຖິງລະດັບທີ່ບໍ່ສາມາດຄວບຄຸມໃດຄືກັບບາງປະເທດໃນໂລກ ແລະ ຂ້າພະເຈົ້າເຊື່ອໝັນວ່າ ບົນພື້ນຖານມູນເຊື້ອ ຄວາມສາມັກຄີ ເປັນຈິດນຶ່ງໃຈດຽວກັນ ຂອງປະຊາຊົນລາວເຮົາ ທຸກຄົນ ພວກເຮົາຈະສາມາດຕີຖອຍ ພະຍາດ COVID-19 ເທື່ອລະກ້າວ ແລະ ກ້າວໄປເຖິງ ບໍ່ມີການຕິດເຊື້ອ ພະຍາດໂຄວີດໃນປະເທດຂອງພວກເຮົາ
• ທ້າຍສຸດນີ້ ຂໍແຈ້ງໃຫ້ທ່ານຊາບວ່າ ທ່ານສາມາດຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ເປັນທາງການຂໍໃຫ້ທ່ານຕິດຕາມຂໍ້ມູນຂ່າວສານ ທີ່ເປັນທາງການໄດ້:
◦ ຈາກເວັບໄຊ້ຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ພະຍາດໂຄວິດ-19 covid19.gov.la​
◦ ເຟດບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະນະສຸກ
◦ ເວັບໄຊ້ຂອງກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກcdc.gov.la
◦ ແລະ ສາມາດໂທສອບຖາມ ສາຍດ່ວນ 166 ຫຼື 165 ສຳລັບສູນກາງ ແລະ ສາຍດ່ວນແຂວງ (ລະຫັດແຂວງ ຕາມດ້ວຍ 166 ຫຼື 165).

 

About Post Author