ບົດຖະແຫຼງຂ່າວຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດ​ອັກ​ເສບ​ປອດ​ COVID-19 ປະຈຳວັນພະຫັດ ວັນທີ 6 ພຶດສະພາ ປີ 2021

ReportCOVID19-2021-05-06 16:33:15

ວັນພະຫັດ ວັນທີ 6 ພຶດສະພາ ປີ 2021 ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງ ພ້ອມດ້ວຍ ດຣ. ປະນອມ ຟອງມະນີ ຮອງຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19, ຂໍອະນຸຍາດລາຍງານ:​
I. ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ແລະ ທົ່ວໂລກ
• ສະພາບການລະບາດ​ຂອງ​ພະ​ຍາດ COVID-19 ຢູ່ ໃນໂລກ, ຮອດປະຈຸບັນ ທົ່ວໂລກມີການລາຍງານການຕົວເລກຜູ້ຕິດເຊື້ອສະສົມທັງໝົດ 155,795,428 ຄົນ, ເສຍຊິວິດສະສົມ 3,254,509 ຄົນ ແລະ ປີ່ນປົວຫາຍດີ 133,945,576 ຄົນ; ປະເທດອາເມຣິກາ ຍັງເປັນອັນດັບໜຶ່ງ ຜູ້ຕິດເຊື້ອສະສົມເກືອບ 33 ລ້ານກວ່າຄົນ ແລະ ເສຍຊີວິດສະສົມຫຼາຍກວ່າ 593,095 ຄົນ; ອັນດັບສອງ ແມ່ນປະເທດ ອິນເດຍ ມີຜູ້ຕິດເຊື້ອສະສົມ ເກືອບ 21 ລ້ານກ່ວາຄົນ ແລະ ເສຍຊີວິດສະສົມ 230,151 ຄົນ;
II. ສຳ​ລັບ ສປປ ລາວ ມາຮອດປະຈຸບັນ ມີ ລາຍ​ງານຜູ້ຕິດເຊື້ອທັງໝົດ 1,177 ຄົນ (ໃໝ່ 105)
ບໍ່ມີຜູ້ເສຍຊີວີດ, ໃນ​ຈຳ​ນວນ​ຜູ້​ຕິ​ດ​ເຊື້ອ​ທັງ​ໝົດ ແມ່ນໄດ້​ຮັບ​ການ ປິ່ນປົວຫາຍດີ 101 ຄົນ, ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ຄະນະສະເພາະກິດກຳນົດໄວ້ ໃນ​ຕ່​ລະ​ແຂວງ ຈຳນວນ 1,076 ຄົນ ເຊັ່ນ:
– ນະຄອນຫຼວງວຽງຈັນ 600 ຄົນ (ໃໝ່ 15), ມື້ວານອອກໂຮງໝໍ 1 ຄົນ (ມິດຕະພາບ 1 ຄົນ ເພື່ອສືບຕໍ່ຈຳກັດບໍລິເວນຢູ່ບ້ານ 14 ວັນ
– ແຂວງຈຳປາສັກ 169 ຄົນ (ໃໝ່ 12), ສຳລັບຄົນເຈັບແຂວງເຊກອງ ແມ່ນນອນ
ປິ່ນປົວຢູ່ແຂວງຈຳປາສັກ
– ແຂວງບໍ່ແກ້ວ 205 ຄົນ (ໃໝ່ 72)
– ແຂວງສະຫວັນນະເຂດ 40 ຄົນ (ໃໝ່ 2)
– ແຂວງຫຼວງພະບາງ 13 ຄົນ
– ແຂວງວຽງຈັນ 16 ຄົນ (ໃໝ່ 2)
– ແຂວງສາລະວັນ 7 ຄົນ
– ແຂວງຫຼວງນ້ຳທາ 6 ຄົນ
– ແຂວງອຸດົມໄຊ 8 ຄົນ
– ແຂວງຜົ້ງສາລີ 5 ຄົນ (ໃໝ່ 2)
– ແຂວງໄຊຍະບູລີ 3 ຄົນ
– ແຂວງບໍລິຄຳໄຊ 2 ຄົນ (ມື້ວານອອກໂຮງໝໍ 1 ຄົນ ເພື່ອສືບຕໍ່ຈຳກັດບໍລິເວນຢູ່
ບ້ານ 14 ວັນ)
– ແຂວງຄຳມ່ວນ 1 ຄົນ
– ແຂວງຊຽງຂວາງ 1 ຄົນ

ຄົນເຈັບທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ແລະ ສຸຂະພາບຈິດ ສົມບຸນ ປົກກະຕິ ແລະ ທຸກຄົນແຂງແຮງດີ.

1. ວຽກ​ງານວີ​ເຄາະ ກວດ​ຊອກ​ຫາ​ເຊື້ອ​ພະ​ຍາດ ໂຄວີດ 19
• ໃນວັນທີ 05 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງ ໝົດ 3,596 ຕົວຢ່າງ ຜົນກວດວິເຄາະ ແມ່ນພົບຜູ້ຕິດເຊື້ອໃໝ່ 105 ຄົນ, ໃນນັ້ນ ນະຄອນຫຼວງ 15 ຄົນ, ຈໍາປາສັກ 12 ຄົນ, ບໍ່ແກ້ວ 72 ຄົນ (ຕົ້ນເຜີ້ງ 70 ຄົນ ແລະ ບໍ່ແກ້ວ 2 ຄົນ) ແລະ ສະຫວັນນະເຂດ 2 ຄົນ, ວຽງຈັນ 2 ຄົນ ແລະ ຜົ້ງສາລີ 2 ຄົນ.
2. ການຕິດຕາມ ຜູ້​ເດີນ​ທາງ​ເຂົ້າ​ມາ ສປປ ລາວ
ວັນທີ 5 ພຶດ​ສະ​ພາ 2021 ທົ່ວປະເທດມີຜູ້ເດີນທາງເຂົ້າມາ ທັງໝົດ 2,400 ຄົນ:
• ຈຸດຜ່ານດ່ານ ລາວ – ໄທ ທັງໝົດ 1,452 ຄົນ;
• ຈຸດຜ່ານດ່ານ ລາວ-ຈີນ ທັງໝົດ 17 ຄົນ;
• ຈຸດຜ່ານດ່ານ ລາວ-ຫວຽດນາມ ທັງໝົດ 819 ຄົນ;
• ຈຸດຜ່ານດ່ານສະໜາມບິນສາກົນວັດໄຕ ທັງໝົດ 112 ຄົນ;
• ທຸກຄົນທີ່ເຂົ້າມາທາງຈຸດຜ່ານແດນ ໃນມື້ວານນີ້ ແມ່ນ
◦ ໄດ້ຜ່ານການວັດແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້
◦ ໄດ້ເກັບຕົວຢ່າງທຸກ​ໆຄົນມາກວດຫາເຊື້ອ COVID-19;
◦ ນຳສົ່ງໄປຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້
3. ວຽກ​ງານ​ການ​ຈຳ​ກັດ​ບໍ​ລິ​ເວນ ຢູ່ສູນຈຳກັດບໍລິເວນ
ປະຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ ທັງໝົດ 56 ສູນ,​ ມີຜູ້ຈຳກັດບໍລິເວນທັງໝົດ 3,496 ຄົນ, ທຸກຄົນແມ່ນ​ໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ COVID-19.
• ລາຍລະອຽດ ຂອງຜູ້ຕິດເຊື້ອໃໝ່ 105 ຄົນ (ກໍລະນີຢັ້ງຢືນທີ 1,073 -1,177)
– ສຳລັບຄົນເຈັບກໍລະນີໃໝ່ ທີ່ພົບຢູ່ນະຄອນຫຼວງວຽງຈັນ ກໍ່ລ້ວນແລ້ວແຕ່ ເປັນຜູ້ສຳຜັດໃກ້ຊິດ ກັບຜູ້ຕິດເຊື້ອ ທີ່ກ່ຽວພັນກັບກໍລະນີທີ 59 ເຊັ່ນກັນ.
– ສ່ວນກໍໍລະນີຕິດເຊື້ອໃໝ່ ຢູ່ແຂວງຈຳປາສັກ, ບໍ່ແກ້ວ, ສະຫວັນນະເຂດ, ວຽງຈັນ ແລະ ຜົ້ງສາລີ ນັ້ນ ລ້ວນແລ້ວແຕ່ມີປະຫວັດສຳຜັດກັບກໍລະນີຕິດເຊື້ອເກົ່າ ຢູ່ໃນແຂວງຂອງເຂົ້າເຈົ້າ ຄືກັນ.
– ພາຍຫຼັງ ພວກເຮົາກວດພົບຜູ້ຕິດເຊື້ອໃໝ່, ພວກເຮົາໄດ້ລົງສອບສວນ, ສອບຖາມປະຫວັດ, ຕິດຕາມຜູ້ສຳຜັດໃກ້ຊິດ ແລະ ປະຫວັດການເຄື່ອນໄຫວຂອງພວກກ່ຽວ, ພາຍຫຼັງໄດ້ຂໍ້ມູນລະອຽດ ຈະແຈ້ງທາມລາຍໃຫ້ບັນດາທ່ານຮັບຊາບຕື່ມ.
III. ຂໍ້ແນະນຳ
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ,
• ຕໍ່ກັບສະພາບການລະບາດຂອງພະຍາດ ປະຈຸບັນ ລັດຖະບານ ກໍ່ຄື ຄະນະສະເພາະກິດ ແລະ ອຳນາດການປົກຄອງທຸກຂັ້ນ ໄດ້ເອົາໃຈໃສ່ ໃນການຕິດຕາມຈັດຕັ້ງປະຕິບັດ ຄຳສັ່ງ, ແຈ້ງການ ແລະ ຄຳແນະນຳ ຂອງແຕ່ລະພາກສ່ວນຢ່າງເຂັ້ມງວດ ເພື່ອເຮັດແນວໃດ ສະກັດກັ້ນ ບໍ່ໃຫ້ພະຍາດມີການແຜ່ຂະຫຍາຍເປັນວົງກວ້າງອອກໄປຕື່ມອີກ;
• ມາດຕະການທີ່ວາງອອກໃນນະຄອນຫຼວງ ໄລຍະນີ້ ກໍ່ແມ່ນເພື່ອແນ່ໃສ່:
1. ປິດການເຂົ້າ-ອອກ ບໍ່ໃຫ້ຜູ້ຕິດເຊື້ອອອກໄປແຜ່ເຊື້ອຕື່ມ ແລະ ບໍ່ໃຫ້ຄົນຈາກບ່ອນອື່ນເຂົ້າມາຈຸດສ່ຽງ;
2. ທີມງານເຝົ້າລະວັງພະຍາດ ກໍ່ເອົາໃຈໃສ່ໃນການຄົ້ນຫາຜູ້ຕິດເຊື້ອໃຫ້ໄດ້ໄວ ໂດຍການເພິ່ມຈຸດບໍລິການກວດເຊື້ອພະຍາດຂຶ້ນຫຼາຍຈຸດ ເພື່ອຄົ້ນຫາຜູ້ຕິດເຊື້ອໄດ້ໄວ ແລ້ວນຳເຂົ້າໄປປິ່ນປົວໂດຍທັນທີ;
3. ລະດົມປະຊາຊົນ ແລະ ຜູ້ຢູ່ໃນກຸ່ມເປົ້າໝາຍສັກຢາ ໃຫ້ໄດ້ໄປສັກຢາວັກຊີນກັນພະຍາດໂຄວິດ-19 ເຊິ່ງກໍ່ເປັນຊ່ອງທາງໜຶ່ງ ທີ່ຈະຫຼຸດຜ່ອນການແຜ່ເຊື້ອພະຍາດໃນສັງຄົມ;
• ໃນສະພາບປະຈຸບັນ ລັດຖະບານໄດ້ຂະຫຍາຍການປະຕິບັດຄຳສັ່ງ 15/ນຍ ໄປຮອດວັນທີ 20 ພຶດສະພາ 2021​ ກໍ່ຂໍໃຫ້ບັນດາທ່ານສືບຕໍ່ປະຕິບັດຕາມມາດຕະການສະບັບດັ່ງກ່າວ ຢ່າງເຂັ້ມງວດ;
• ແຕ່ສຳລັບ ຜູ້ໄປຮັບວັກຊີນ ກໍ່ຍັງສາມາດສືບຕໍ່ໄປຮັບໄດ້ຕາມຈຸດບໍລິການທີ່ໄດ້ກຳນົດໄວ້ ແລະ ຜູ້ທີ່ເປັນຜູ້ສຳຜັດໃກ້ຊິດ ນຳຜູ້ຕິດເຊື້ອ ແລະ ເປັນກຸ່ມສ່ຽງ ກໍ່ຂໍໃຫ້ຮີບຮ້ອນໄປສະເໜີໂຕ ເພື່ອເກັບຕົວຢ່າງຊອກຫາເຊື້ອໂຄວິດ-19 ຕາມຈຸດບໍລິການທີ່ກຳນົດໄວ້ ເຊັ່ນດຽວກັນ;
• ແລະ ການໄປໃຊ້ບໍລິການ ສັກຢາ ແລະ ເກັບຕົວຢ່າງ ນັ້ນ ຂໍໃຫ້ບັນດາທ່ານປະຕິບັດມາດຕະການຮັກສາໄລຍະຫ່າງ ແລະ ໃສ່ຜ້າປິດປາກ-ດັງຕະຫຼອດເວລາ ເພື່ອປ້ອງກັນໂຕທ່ານເອງ ແລະ ທຸກຄົນອ້ອມຂ້າງ;
• ທ້າຍສຸດນີ້ ຂໍແຈ້ງໃຫ້ທ່ານຊາບວ່າ ທ່ານສາມາດຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ເປັນທາງການ ໄດ້ຈາກ ໂທລະພາບ, ວິທະຍຸ ແລະ ໜັງສືພິມ ພ້ອມດ້ວຍ:
◦ ເວັບໄຊ້ຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ພະຍາດໂຄວິດ-19 covid19.gov.la​
◦ ເຟດບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະນະສຸກ
◦ ເວັບໄຊ້ຂອງກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ cdc.gov.la
◦ ແລະ ສາມາດໂທສອບຖາມ ສາຍດ່ວນ 165 ຫຼື 166 ສຳລັບສູນກາງ ແລະ ສາຍດ່ວນຂອງບັນດາແຂວງ ແມ່ນຕາມດ້ວຍລະຫັດຂອງແຕ່ລະແຂວງ 165 ຫຼື 166.
• ອີກເທື່ອໜຶ່ງ ຂ້າພະເຈົ້າຂໍຕາງໜ້າໃຫ້ແກ່ ກອງເລຂາຄະນະສະເພາະກິດ ຂໍສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງພໍ່ແມ່, ພີ່ນ້ອງ, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ທີ່ໄດ້ໃຫ້ການສະໜັບສະໜູນ, ອຸປະຖຳ ເຄື່ອງບໍລິໂພກ ແລະ ອຸປະໂພກ ລວມທັງ ປັດໄຈ ເຂົ້າໃນການປ້ອງກັນ, ຄວບຄຸມພະຍາດັ່ງກ່າວ.

 

About Post Author