ບົດຖະແຫຼງຂ່າວ ຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດ​ອັກ​ເສບ​ປອດ​COVID-19 ປະຈຳວັນພຸດ ວັນທີ 5 ພຶດສະພາ ປີ 2021

REPORTCOVID19-2021-05-05 15:59:02

ວັນພຸດ ວັນທີ 5 ພຶດສະພາ ປີ 2021 ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາ ຄະນະສະ ເພາະ ກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19, ຂໍອະນຸຍາດລາຍງານ:​
I. ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ແລະ ທົ່ວໂລກ
• ສະພາບການລະບາດ​ຂອງ​ພະ​ຍາດ COVID-19 ຢູ່ ໃນໂລກ, ຮອດປະຈຸບັນ ທົ່ວໂລກມີການລາຍງານການຕົວເລກຜູ້ຕິດເຊື້ອສະສົມທັງໝົດ 154,944,819 ຄົນ, ເສຍຊິວິດສະສົມ 3,239,691 ຄົນ ແລະ ປີ່ນປົວຫາຍດີ 133,047,910 ຄົນ; ປະເທດອາເມຣິກາ ຍັງເປັນອັນດັບໜຶ່ງ ຜູ້ຕິດເຊື້ອສະສົມເກືອບ 33 ລ້ານກວ່າຄົນ ແລະ ເສຍຊີວິດສະສົມຫຼາຍກວ່າ 592,306 ຄົນ; ອັນດັບສອງ ແມ່ນປະເທດ ອິນເດຍ ມີຜູ້ຕິດເຊື້ອສະສົມ ເກືອບ 20 ລ້ານກ່ວາຄົນ ແລະ ເສຍຊີວິດສະສົມ 226,169 ຄົນ;
II. ສຳ​ລັບ ສປປ ລາວ ມາຮອດປະຈຸບັນ ມີ ລາຍ​ງານຜູ້ຕິດເຊື້ອທັງໝົດ 1,072 ຄົນ (ໃໝ່ 46)
ບໍ່ມີຜູ້ເສຍຊີວີດ, ໃນ​ຈຳ​ນວນ​ຜູ້​ຕິ​ດ​ເຊື້ອ​ທັງ​ໝົດ ແມ່ນໄດ້​ຮັບ​ການ ປິ່ນປົວຫາຍດີ 99 ຄົນ, ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ຄະນະສະເພາະກິດກຳນົດໄວ້ ໃນ​ຕ່​ລະ​ແຂວງ ຈຳນວນ 973 ຄົນ ເຊັ່ນ:
– ນະຄອນຫຼວງວຽງຈັນ 586 ຄົນ (ໃໝ່ 19), ມື້ວານອອກໂຮງໝໍ 39 ຄົນ (ມິດຕະພາບ 19 ຄົນ ແລະ ໂຮງໝໍ 103 ອອກ 20 ຄົນ ເພື່ອສືບຕໍ່ຈຳກັດບໍລິເວນຢູ່ບ້ານ 14 ວັນ)
– ແຂວງຈຳປາສັກ 157 ຄົນ (ໃໝ່ 6), ສຳລັບຄົນເຈັບແຂວງເຊກອງ ແມ່ນນອນ
ປິ່ນປົວຢູ່ແຂວງຈຳປາສັກ
– ແຂວງບໍ່ແກ້ວ 133 ຄົນ (ໃໝ່ 15)
– ແຂວງສະຫວັນນະເຂດ 38 ຄົນ (ໃໝ່ 6)
– ແຂວງຫຼວງພະບາງ 13 ຄົນ
– ແຂວງວຽງຈັນ 14 ຄົນ
– ແຂວງສາລະວັນ 7 ຄົນ
– ແຂວງຫຼວງນ້ຳທາ 6 ຄົນ
– ແຂວງອຸດົມໄຊ 8 ຄົນ
– ແຂວງຜົ້ງສາລີ 3 ຄົນ
– ແຂວງໄຊຍະບູລີ 3 ຄົນ
– ແຂວງບໍລິຄຳໄຊ 3 ຄົນ
– ແຂວງຄຳມ່ວນ 1 ຄົນ
– ແຂວງຊຽງຂວາງ 1 ຄົນ
ຄົນເຈັບທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ແລະ ສຸຂະພາບຈິດ ສົມບຸນ ປົກກະຕິ ແລະ ທຸກຄົນແຂງແຮງດີ.

1. ວຽກ​ງານວີ​ເຄາະ ກວດ​ຊອກ​ຫາ​ເຊື້ອ​ພະ​ຍາດ ໂຄວີດ 19
• ໃນວັນທີ 04 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງ ໝົດ 1,072 ຕົວຢ່າງ ຜົນກວດວິເຄາະ ແມ່ນພົບຜູ້ຕິດເຊື້ອໃໝ່ 46 ຄົນ, ໃນນັ້ນມີ ນະຄອນຫຼວງ 19 ຄົນ, ຈໍາປາສັກ 06 ຄົນ, ບໍ່ແກ້ວ 15 ຄົນ ແລະ ສະຫວັນນະເຂດ 06 ຄົນ.
2. ການຕິດຕາມ ຜູ້​ເດີນ​ທາງ​ເຂົ້າ​ມາ ສປປ ລາວ
ວັນທີ 4 ພຶດ​ສະ​ພາ 2021 ທົ່ວປະເທດມີຜູ້ເດີນທາງເຂົ້າມາ ທັງໝົດ 1,823 ຄົນ:
• ຈຸດຜ່ານດ່ານ ລາວ – ໄທ ທັງໝົດ 1,103 ຄົນ;
• ຈຸດຜ່ານດ່ານ ລາວ-ຈີນ ທັງໝົດ 16 ຄົນ;
• ຈຸດຜ່ານດ່ານ ລາວ-ຫວຽດນາມ ທັງໝົດ 702​ ຄົນ;
• ຈຸດຜ່ານດ່ານ ລາວ-ກຳປູເຈຍ ທັງໝົດ 2 ຄົນ;
• ທຸກຄົນທີ່ເຂົ້າມາທາງຈຸດຜ່ານແດນ ໃນມື້ວານນີ້ ແມ່ນ
◦ ໄດ້ຜ່ານການວັດແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້
◦ ໄດ້ເກັບຕົວຢ່າງທຸກ​ໆຄົນມາກວດຫາເຊື້ອ COVID-19;
◦ ນຳສົ່ງໄປຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້
3. ວຽກ​ງານ​ການ​ຈຳ​ກັດ​ບໍ​ລິ​ເວນ ຢູ່ສູນຈຳກັດບໍລິເວນ
ປະຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ ທັງໝົດ 56 ສູນ,​ ມີຜູ້ຈຳກັດບໍລິເວນທັງໝົດ 3,685 ຄົນ, ທຸກຄົນແມ່ນ​ໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ COVID-19.
• ລາຍລະອຽດ ຂອງຜູ້ຕິດເຊື້ອໃໝ່ 46 ຄົນ (ກໍລະນີຢັ້ງຢືນທີ 1,027-1,072)
– ສຳລັບຄົນເຈັບກໍລະນີໃໝ່ 19 ຄົນ ທີ່ພົບຢູ່ນະຄອນຫຼວງວຽງຈັນ ກໍ່ລ້ວນແລ້ວແຕ່ ເປັນຜູ້ສຳຜັດໃກ້ຊິດ ກັບຜູ້ຕິດເຊື້ອ ທີ່ກ່ຽວພັນກັບກໍລະນີທີ 59 ເຊັ່ນກັນ.
– ສ່ວນກໍໍລະນີຕິດເຊື້ອໃໝ່ ຢູ່ແຂວງຈຳປາສັກ, ບໍ່ແກ້ວ ແລະ​ ສະຫວັນນະເຂດ ນັ້ນ ລ້ວນແລ້ວແຕ່ມີປະຫວັດສຳຜັດກັບກໍລະນີຕິດເຊື້ອເກົ່າ ຢູ່ໃນແຂວງຂອງເຂົ້າເຈົ້າ ຄືກັນ.
– ພາຍຫຼັງ ພວກເຮົາກວດພົບຜູ້ຕິດເຊື້ອໃໝ່, ພວກເຮົາໄດ້ລົງສອບສວນ, ສອບຖາມປະຫວັດ, ຕິດຕາມຜູ້ສຳຜັດໃກ້ຊິດ ແລະ ປະຫວັດການເຄື່ອນໄຫວຂອງພວກກ່ຽວ, ພາຍຫຼັງໄດ້ຂໍ້ມູນລະອຽດ ຈະແຈ້ງທາມລາຍໃຫ້ບັນດາທ່ານຮັບຊາບຕື່ມ.

III. ຂໍ້ແນະນຳ
ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ,
• ຕໍ່ກັບສະພາບການລະບາດຂອງພະຍາດພາຍໃນປະເທດ ຄະ​ນະ​ສະ​ເພາະ​ກິດຂັ້ນ​ສູນ​ກາງ ແລະ ທ້ອງ​ຖິ່ນ​ໄດ້​ມີ​ການວາງມາດ​ຕະ​ການ​ ​ສະ​ກັດ​ກັ້ນ ແລະ​ ຄວບ​ຄຸມ​ການ​ລະ​ບາດ​ຂອງ​ພະ​ຍາດອອກ​ມາ​ເປັນ​ແຕ່​ລະ​ໄລ​ຍະ, ພ້ອມ​ດຽວ​ກັນ ອຳນາດການປົກຄອງທຸກ​ຂັ້ນ ກໍໄດ້​ເອົາໃຈໃສ່ໃນການຕິດຕາມການ ຈັດຕັ້ງປະຕິບັດ ມາດ​ຕະ​ການ​ຂອງ​ຄະ​ນະ​ສະ​ເພາະ​ກີດຢ່າງ​ເຂັ້ມ​ງວດ ໂດຍ​ສະ​ເພາະແມ່ນເອົາ​ໃຈ​ໃສ່ ແລະ ຕິດຕາມ ກວດກາຜູ້ທີ່ເດີີນທາງເຂົ້າມາ ສປປ ລາວ ແລະ ການເດີນທາງລະຫວ່າງແຂວງຕໍ່ແຂວງ;
• ຂໍຮຽກຮ້ອງມາຍັງ ພໍ່ແມ່, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ຈົ່ງໄດ້ເອົາໃຈໃສ່ ໃນການປະຕິບັດມາດຕະການປ້ອງກັນການຕິດເຊື້ອ ໂດຍສະເພາະ ເມື່ອທ່ານອອກໄປເຄື່ອນໄຫວກິດຈະກຳນອກບ້ານ ຂໍຮ້ອງໃຫ້ໃສ່ຜ້າປິດ-ດັງ (ເມື່ອທ່ານໃຊ້ແລ້ວ ຄວນຖິ້ມໃສ່ຖັງຂີ້ເຫຍື້ອທີ່ມີຝາປິດ), ຮັກສາໄລຍະຫ່າງ ແລະ ມາລະຍາດໃນການໄອ-ຈາມ​…….ເພື່ອປ້ອງກັນຕົນເອງ ແລະ ຄອບຄົວຂອງທ່ານ ໃຫ້ປອດໄພຈາກພະຍາດໂຄວິດ-19;​
• ສຳລັບ ສະຖານທີ່ກວດຊອກຫາເຊື້ອ ຢູ່ນະຄອນຫຼວງວຽງຈັນ ແມ່ນມີ:
◦ ນອກຈາກໂຮງໝໍທີ່ບໍລິການເກັບຕົວຢ່າງແລ້ວ ຍັງມີອີກ 03 ຈຸດ:
– ມສ ສີໂຄດ
– ມສ ລາວຫວຽດ
– ສະໜາມ ກິລາເຈົ້າອານຸວົງ
– ແລະ ນອກນັ້ນ ຍັງມີທີມເກັບຕົວຢ່າງເຄື່ອນທີ່
• ສຳລັບ ສະຖານທີ່ຈຸດບໍລິການໃຫ້ວັກຊິນ ນອກຈາກໂຮງໝໍເມືອງແລ້ວ ຍັງມີຢູ່:
▪ ມວສ ດົງໂພສີ
▪ ວຽງຈັນເຊັນເຕີ
▪ ສູນກາງຄ້າຊັງຈຽງ
▪ ສູນການຄ້າລາວ-ໄອເຕັກ
• ອີກສິ່ງໜຶ່ງທີ່ສຳຄັນ ແລະ ທຸກຄົນໃນສັງຄົມ ຕ້ອງເອົາໃຈໃສ່ ແລະ ເປັນເຈົ້າການນຳກັນ ກໍ່ຄື ຜູ້ທີ່ໄດ້ສຳຜັດກັບກໍລະນີຕິດເຊື້ອ ຫຼື ເດີນທາງໄປສະຖານທີ່ສ່ຽງ ແມ່ນຕ້ອງແຍກໂຕເອງອອກຈາກຄົນໃກ້ຊິດໃນຄອບຄົວ ພ້ອມທັງໃຫ້ໄປກວດຫາເຊື້ອໂດຍໄວ ຕາມຈຸດກວດທີ່ໄດ້ກ່າວມາຂ້າງເທິງນັ້ນ. ພາຍຫຼັງກວດແລ້ວໃຫ້ຮີບຮ້ອນກັບທີ່ພັກຂອງຕົນເອງທັນທີ ແລະ ສືບຕໍ່ປະຕິບັດຮັກສາໄລຍະຫ່າງກັບບຸກຄົນອື່ນໆ ເປັນເວລາ 14 ວັນ.​ ຖ້າຜົນກວດໃຫ້ຜົນບວກ ແພດຈະແຈ້ງ ແລະ ຕິດຕໍ່ຫາທ່ານທັນທີ, ຖ້າຜົນລົບ ແພດບໍ່ແຈ້ງ ແຕ່ຕ້ອງສືບຕໍ່ກັກຕົວເອງໃຫ້ຄົບ 14 ວັນ
• ທ້າຍສຸດນີ້ ຂໍແຈ້ງໃຫ້ທ່ານຊາບວ່າ ທ່ານສາມາດຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ເປັນທາງການຂໍໃຫ້ທ່ານຕິດຕາມຂໍ້ມູນຂ່າວສານ ທີ່ເປັນທາງການໄດ້:
◦ ຈາກເວັບໄຊ້ຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ພະຍາດໂຄວິດ-19 covid19.gov.la​
◦ ເຟດບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະນະສຸກ
◦ ເວັບໄຊ້ຂອງກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ cdc.gov.la
◦ ແລະ ສາມາດໂທສອບຖາມ ສາຍດ່ວນ 165 ຫຼື 166 ສຳລັບສູນກາງ ແລະ ສາຍດ່ວນຂອງບັນດາແຂວງ ແມ່ນຕາມດ້ວຍລະຫັດຂອງແຕ່ລະແຂວງ 165 ຫຼື 166.
• ອີກເທື່ອໜຶ່ງ ຂ້າພະເຈົ້າຂໍຕາງໜ້າໃຫ້ແກ່ ກອງເລຂາຄະນະສະເພາະກິດ ຂໍສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງພໍ່ແມ່, ພີ່ນ້ອງ, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ທີ່ໄດ້ໃຫ້ການສະໜັບສະໜູນ, ອຸປະຖຳ ເຄື່ອງບໍລິໂພກ ແລະ ອຸປະໂພກ ລວມທັງ ປັດໄຈ ເຂົ້າໃນການປ້ອງກັນ, ຄວບຄຸມພະຍາດັ່ງກ່າວ.

About Post Author